
ຣັດເຊຍ ຈະຈັດສັນບ້ວງເງິນເຂົ້າໃນອຸດສາຫະກຳການບິນ 250 ຕື້ຣູບ
ໃນວັນທີ 5 ສິງຫາ ນີ້, ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີ ຣັດເຊຍ ກ່າວໃນກອງປະຊຸມລັດຖະບານ ວ່າດ້ວຍການຜະ
ລິດຍົນວ່າ: ຣັດເຊຍ ຈະຈັດສັນງົບປະມານເພື່ອດຳເນີນໂຄງການພັດທະນາອຸດສາຫະກຳການບິນ ຂອງປະເທດຢ່າງຮອບດ້ານ ຫຼາຍກວ່າ
250 ຕື້ຣູບ (ສະກຸນເງິນຣັດເຊຍ) ໃນປີ 2026, ເຊິ່ງສ່ວນຫຼາຍຈະນຳໄປໃຊ້ ເພື່ອເພີ່ມການຊຳລະເງິນລ່ວງໜ້າ, ຮັບຮອງການສົ່ງມອບ
ຍົນກວ່າ 70 ລຳ ແລະ ສົ່ງເສີມໃຫ້ຜູ້ຜະລິດຫຼັກ ແລະ ບໍ ລິສັດພັນທະມິດ ກະກຽມຄວາມພ້ອມດ້ານການຜະລິດໃຫ້ສຳເລັດ. ໃນຂະ
ນະດຽວກັນ, ລັດຖະບານ ຈະໃຫ້ເງິນສະໜັບສະໜູນການ ສົ່ງມອບເຮລິກົບແຕ ລຸ້ນ ເອັມໄອ-8 ເອັມທີວີ-1 (Mi-8MTV-1) ກວ່າ 70
ລຳ ໃຫ້ແກ່ສາຍການ ບິນລະດັບພາກ.
ພ້ອມນັ້ນ ລັດຖະບານ ຍັງຢູ່ໃນລະຫວ່າງ ກະກຽມໂຄງການລົງທຶນເພື່ອສະໜັບສະໜູນງົບປະມານໃນການສົ່ງມອບຍົນລະດັບພາກ
ພື້ນທີ່ໃຊ້ເຄື່ອງຈັກໃບພັດແບບ ເທີໂບພຣອບ ລຸ້ນ ໄອແອວ-114-300 (Il-114-300). ສຳລັບໃຫ້ບໍລິ ການໃນເຂດ ສະຫະພັນຕາເວັນ
ອອກໄກ ຂອງຣັດເຊຍ ລວມທັງ ເຄື່ອງບິນລຸ້ນ ແອວເອັມເອສ-901 ໄບຄານ (LMS-901 Baikal). ນອກຈາກນີ້, ນາຍົກ ຍັງໄດ້ເນັ້ນ
ໜັກເຖິງຄວາມສຳຄັນຂອງການຮັກສາສັກກະຍະພາບການຜະລິດຍົນໃນການດຳເນີນການຕາມແຜນຄຳສັ່ງຊື້ ຈົນເຖິງປີ 2035 ພ້ອມ
ເນັ້ນວ່າ, ລັດຖະບານຣັດເຊຍ ຈະເປີດໂຄງການສິນເຊື່ອເງື່ອນໄຂຫຼຸດຜ່ອນ ສຳລັບສາຍການບິນ ທີ່ເຊົ່າຊື້ຍົນ ທີ່ຜະລິດໂດຍຣັດເຊຍ ເພື່ອ
ສະໜັບສະໜູນການຈັດຊື້ຍົນທີ່ຜະລິດພາຍໃນປະເທດ, ຫຼຸດພາລະທາງການເງິນ ຂອງສາຍການບິນ ແລະ ຊ່ວຍຮັກສາຄວາມຕໍ່ເນື່ອງ
ຂອງສາຍການຜະລິດ.
ແຫຼ່ງທີ່ມາ: ຂກທ
ວັນທີ 11/08/2026