
ອີຣານ ຖະແຫຼງ: ອາເມຣິກາ ຕ້ອງຍອມຮັບເງື່ອນໄຂ ໃນການເປີດຊ່ອງແຄບຮໍໝຸດ ຄືນໃໝ່
ຕາມຂ່າວຫວຽດນາມ ລາຍງານເມື່ອຕົ້ນອາທິດນີ້, ທ່ານ Hossein Mohebbi ໂຄສົກກອງກຳລັງພິທັກຮັກສາປະຕິວັດ ອິດສະລາມອີຣານ
(IRGC) ຖະແຫຼງວ່າ, ເລື່ອງເປີດປະຕູຊ່ອງແຄບທະເລ ຮໍໝຸດ Hormuz ຄືນໃໝ່ ແມ່ນບໍ່ກ່ຽວຂ້ອງເຖິງບັນດາການເຈລະຈາ ລະຫວ່າງ ອີຣານ
ແລະ ໂອມານ, ຫາກອີງໃສ່ເລື່ອງ ອາເມລິກາ ຍອມຮັບເງື່ອນໄຂຂອງ ອີຣານ.
ໃນວັນດຽວກັນ, ທ່ານ ອັບບາສ ອາຣັບຊີ (Abbas Araghchi) ລັດຖະມົນຕີການຕ່າງປະເທດ ອີຣານ ຢືນຢັນວ່າ: ອີຣານ ແລະໂອມານ
ໃກ້ຈະບັນລຸຂໍ້ຕົກລົງກ່ຽວກັບເສັ້ນທາງຂົນສົ່ງໃໝ່ຜ່ານຊ່ອງແຄບທະເລ Hormuz, ສອງຝ່າຍພວມປຶກສາຫາລືເສັ້ນທາງຂົນສົ່ງຊົ່ວຄາວ, ໃນຂະ
ນະທີ່ບັນດາບັນຫາເຕັກນິກ ແລະ ນິຕິກຳກ່ຽວຂ້ອງເຖິງເສັ້ນທາງຂົນສົ່ງແບບຖາວອນ ພວມໄດ້ຮັບການແກ້ໄຂ.
ໃນຂະນະນັ້ນ, ໃນບັນດາຖະແຫຼງການສະເພາະ, ປະເທດ ສະຫະລັດ ອາຣັບ ເອມີເຣດ (UAE) ແລະ ອາຣັບບີ ຊາອຸດິດ ໄດ້ກ່າວປະນາມບັນ
ດາເຫດບຸກໂຈມຕີຂອງ ອີຣານ ໃນວັນທີ 08 ສິງຫາ ແນໃສ່ກຳປັ່ນຂົນສົ່ງນ້ຳມັນຂຶ້ນກັບກຳມະສິດຂອງກຸ່ມບໍລິສັດພະລັງງານ ADNOC ຂອງ UAE,
ເມື່ອກຳປັ່ນໄປຜ່ານຊ່ອງແຄບທະເລນີ້.
ແຫຼ່ງທີ່ມາ: ຂກທ
ວັນທີ 12/08/2026