ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາ​ການ​ນຳ​ເອີ​ຣົບ​ຢັ້ງຢືນ​ຄືນໃໝ່​ຫຼັກ​ໝັ້ນ ​ສະໜັບສະໜູນດານ​ມາກ ໃນ​ບັນຫາ ກຣີນ​ແລນ

     ​ວັນ​ທີ 8 ມັງກອນ ນີ້​ ບັນດາ​ການ​ນຳ ສະຫະພາບ​ເອີ​ຣົບ (EU) ຢັ້ງຢືນ​ຄືນໃໝ່​ຫຼັກ​ໝັ້ນ​ຕໍ່​ບັນຫາ​ເກາະ ກຣີນ​ແລນ ແລະ ເນັ້ນ​ໜັກ​ວ່າ
​ອະນາຄົດ​ຂອງ​ເຂດ​ດິນແດນ​ປົກຄອງ​ດ້ວຍ​ຕົນ​ເອງ​ທີ່​ກວ້າງ​ໃຫຍ່​ຢູ່​ຂົ້ວ​ໂລກ​ເໜືອ​ໂດຍ​ດານ​ມາກ​ຄຸ້ມ​ຄອງ​ນີ້ ຈະ​ໄດ້​ຮັບ​ການ​ຕັດສິນ​ໂດຍ​ຊາວ
ກຣີນ​ແລນ ແລະ ດານ​ມາກ.

     ໃນ​ບົດ​ຄຳ​ເຫັນ​ສ້າງ​ຂີດ​ໝາຍ​ອາຍຸ​ການ​ປະທານ​ໝູນວຽນ​ສະ ຫະພາບ ເອີ​ຣົບ (EU) ຂອງປະເທດ ສາທາລະນະ​ລັດ ໄຊປຣັດ, ທ່ານ
ອານ​ໂຕ​ນີ​ໂອ ໂກ​​ສ​ຕາ ປະທານ​ສະພາ​ເອີ​ຣົບ ໄດ້​ເນັ້ນ​ໜັກ​ເຖິງ ການ​ສະໜັບສະໜູນ ແລະ ຄວາມ​ສາມັກຄີ​ຂອງ​ກຸ່ມ 27 ປະເທດ​ສະມາຊິກ​
ທີ່​ມີ​ຕໍ່​ດານ​ມາກ ແລະ ກຣີນ​ແລນ. ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງ ປະເທດ ເຢຍ​ລະ​ມັນ ກໍ​ໄດ້​ປະກາດ​ວ່າ​ທຸກ​ບັນຫາ​ທີ່​ກ່ຽວ
ຂ້ອງ​ເຖິງ​ຄວາມ​ໝັ້ນຄົງ​ຢູ່ ຂົ້ວ​ໂລກ​ເໜືອ​ຕ້ອງ​ໄດ້​ປຶກສາ​ຫາລື​ໃນ​ຂອບ​ເຂດ ອົງການ​ສົນທິສັນຍາ ອັດ​ລັງ​ຕິກ​ເໜືອ (NATO) ແລະ ນັ້ນ​ແມ່ນ
​ສິ່ງ​ທີ່​ບັນດາ​ປະເທດ​ສຳພັນ​ທະ​ມິດ​ພວມ​ປະຕິບັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/01/2026