ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮົງ​ກົງ ໄດ້​ຮັບ​ການ​ປະ​ເມີນ​ເປັນ​ກຸ່ມ​ເສດຖະກິດ​ເສລີ​ທີ່​ສຸດ​ໃນ​ໂລກ ອີກ​ຄັ້ງ​ໜຶ່ງ

​

     ວັນ​ທີ 6 ຕຸລາ ນີ້, ສະ​ຖາ​ບັນ​ຄົ້ນຄວ້າ​ຟຣາ​ເຊີ ກາ​ນາ​ດາ ໄດ້​ປະກາດ “ບົດ​ລາຍ​ງານ​ຄວາມ​ເສລີ​ດ້ານ​ເສດຖະກິດ​ໂລກ ປະຈຳ​ປີ 2026”.ຮົງ
​ກົງ ໄດ້​ຮັບ​ການ​ປະ​ເມີນ​ເປັນ​ກຸ່ມ​ເສດຖະກິດ​ເສລີ​ທີ່​ສຸດ​ໃນ​ໂລກ ​ອີກ​ຄັ້ງ​ໜຶ່ງ. ໃນ​ມື້​ດຽວ​ກັນ, ທ່ານ​ໂຄສົກ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິເສດ​ຮົງ
​ກົງກ່າວ​ວ່າ, ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ຢືນຢັນ​ທ່າແຮງ​ດ້ານ​ຕະຫຼາດ​ເສລີ ລວມ​ທັງ​ສະພາບ​ແວດ​ລ້ອມ​ການ​ດຳເນີນ​ທຸລະ​ກິດ​ທີ່​ເປີດ​ປະຕູ, ມີ​ປະ​ສິດ
ທິຜົນ​ສູງ ແລະ ຍຸດຕິ​ທຳ​ຂອງ​ຮົງ​ກົງ​ ອີກ​ຄັ້ງ​ໜຶ່ງ. ໂຄສົກ​ທ່ານ​ນີ້​ກ່າວ​ຕື່ມ​ວ່າ: ຮົງ​ກົງ ປະຕິບັດ​ຕາມ​ຫຼັກການ​ປະເທດ​ດຽວ​ສອງ​ລະບອບ ເຊິ່ງ​ໄດ້​ຮັບ​
ການ​ຄ້ຳ​ຊູ​ຂອງ​ປະເທດ​ຊາດ ແລະ ເຊື່ອມ​ໂຍງ​ກັບ​ໂລກ, ມີ​ການ​ທະນາຄານ, ການ​ຂົນສົ່ງ​ທາງ​ທະເລ, ການ​ຄ້າ ແລະ ການ​ບໍລິການ​ມື​ອາຊີບທີ່​ເຊື່ອມ
​ຕໍ່​ກັບ​ມາດຕະຖານ​ສູງ​ສຸດ​ຂອງ​ສາກົນ, ທັງ​ມີ​ໂຄງ​ສ້າງ​ຈັດ​ຕັ້ງ​ອົງການ​ປົກຄອງ​ທີ່​ມີ​ປະສິດທິພາບ​ສູງ, ຖັນ​ແຖວ​ລັດຖະກອນ​ທີ່​ສຸດຈະລິດ ແລະ ເປັນ
​ມື​ອາຊີບ. ນັບ​ແຕ່​ປີ​ນີ້​ເປັນຕົ້ນ​ມາ, ຮົງ​ກົງ​ໄດ້​ສ້າງ​ຜົນງານ​ດີເດັ່ນ​ໃນ​ການ​ລຽງ​ລຳດັບ​ກຳລັງ​ແຂ່ງຂັນ​ສາກົນ​ຫຼາຍ​ປະການ, ເຊິ່ງ​ໄດ້​ສະແດງ​ໃຫ້​ເຫັນ
​ເຖິງ​ທ່າແຮງ​ແກນ​ກາງຂອງ​ຮົງ​ກົງ ແລະ ຄວາມ​ພະຍາຍາມ​ຂອງ​ອົງການ​ປົກຄອງ​ຮົງ​ກົງ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ໃນ​ຄຸນ​ນະ​ພາບ​ສູງ ໄດ້​ຮັບ
​ຄວາມ​ຮັບ​ຮູ້​ຢ່າງ​ກວ້າງຂວາງ​ຈາກ​ປະຊາ​ຄົມ​ໂລກ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/10/2026