
ອິນໂດເນເຊຍ ຈະຂະຫຍາຍເນື້ອທີ່ ປູກອ້ອຍ ເພື່ອພັດທະນາ
ແຜນການໃຊ້ເຊື້ອໄຟ
ວັນທີ 12 ຕຸລາ ນີ້, ທ່ານ ຊຸນກິຟລີ ຫາດຊັນ (Zulkifli Hasan) ລັດຖະມົນຕີ ປະສານງານ ດ້ານກິດຈະການ
ອາຫານ ຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ມີແຜນຂະຫຍາຍເນື້ອທີ່ ປູກອ້ອຍ ແລະ ພັດທະນາແຫຼ່ງ
ວັດຖຸດິບອື່ນໆ ເພື່ອຮອງຮັບ ແຜນການ ໃຊ້ນ້ຳມັນແອັດຊັງ ປະສົມ ໄບໂອເອທານອນ 20% ຫຼື ທີ່ຮູ້ຈັກກັນ ໃນຊື່
ໂຄງການ ອີ 20 (E20). ໂດຍ ລັດຖະບານ ອິນໂດເນເຊຍ ພວມຊອກຫາ ເນື້ອທີ່ປູກຝັງເພີ່ມເຕີມ ເນື່ອງຈາກອ້ອຍ
ທີ່ມີຢູ່ໃນປັດຈຸບັນຍັງບໍ່ພຽງພໍກັບຄວາມຕ້ອງການ ວັດຖຸດິບສຳ ລັບ ໂຄງການ ອີ20 ດັ່ງກ່າວ, ນອກຈາກນີ້ ອິນໂດ
ເນເຊຍ
ຍັງພວມພິຈາລະນາ ການນຳໃຊ້ ມັນຕົ້ນ ແລະ ພືດຊະນິດອື່ນໆ ເພື່ອຜະລິດ ເອທານອນ ອີກດ້ວຍ.ການ
ຂະຫຍາຍ ກຳລັງການຜະລິດນີ້ ເພື່ອຮັບປະກັນວ່າ ການຜະລິດເອທານອນ ຈະບໍ່ສົ່ງຜົນກະທົບຕໍ່ປະລິມານນ້ຳຕານ
ສຳລັບການໃຊ້ພາຍໃນປະເທດ. ຂະນະທີ່, ອິນໂດເນເຊຍ ໄດ້ວາງເປົ້າໝາຍເພີ່ມ ໃນການໃຊ້ເຊື້ອໄຟ ຊີວະພາບທີ່
ຜະລິດພາຍໃນປະເທດ ເພື່ອຫຼຸດຜ່ອນ ການເພິ່ງພາ ພະລັງງານ ຈາກການນຳເຂົ້າ.
ແຫຼ່ງທີ່ມາ: ຂກທ
ວັນທີ 14/10/2026