ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ຕ່າງປະເທດ​ຣັດ​ເຊຍ ແລະ ​ສປປ ເກົາຫຼີ​ ພົບປະສົນທະນາ​ດ້ານ​ຍຸດ​ທະ​ສາດ

     ​ວັນ​ທີ 12 ກໍລະກົດ ນີ້, ທ່ານ ​ເຊີ​ເກ ລາບ​ຣົບ ລັດ​ຖະ​ມົນ​ກະຊວງ​ການ​ຕ່າງປະເທດ​ຣັດ​ເຊຍ ແລະ ທ່ານ ​ນາງ ໂຊ​ຊອນ​ຮຸຍ ລັດຖະມົນຕີ​ກະ
ຊວງ​ການ​ຕ່າງປະເທດ ​ສປປ ເກົາຫຼີ ໄດ້​ພົບປະ​ສົນທະນາ​ດ້ານ​ຍຸດ​ທະ​ສາດ​ລະດັບ​ລັດຖະມົນຕີ​ຕ່າງປະເທດ​ ຮອບ​ທີ  2 ລະຫວ່າງ​ສອງ​ປະເທດ.

     ໃນ​ການ​ສົນທະນາ, ສອງ​ຝ່າຍ​ໄດ້​ກ່າວ​ຢ້ຳ​ເຖິງ​ຫຼັກ​ໝັ້ນ​ແຫ່ງ​ການ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ​ທີ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ເວທີ​ສາກົນ,
ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ແລະ ຄວາມ​ເປັນ​ທຳ​​ສາກົນ. ສອງ​ຝ່າຍ​ໄດ້​ແtລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ
​ສາກົນ​ທີ່​ສຳຄັນ​ໃນ​ປັດຈຸບັນ​ນີ້ ແລະ ຢືນຢັນ​ເປັນ​ເອກະ​ພາບ​ກັນ​ວ່າ: ເມື່ອ​ປະເຊີນ​ໜ້າ​ກັບ​ການ​ຮຸກ​ຮານ​ແບບ​ເຈົ້າ​ອຳນາດ​ທີ່​ບັງອາດ​ເປີດ​ແປນ​ກວ່າ
​ເກົ່າ​ຂອງ​ອິດ​ທິ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ກັນ, ສອງ​ຝ່າຍ ​ສປປ ເກົາຫຼີ ແລະ ຣັດ​ເຊຍ​ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ ແລະ ການ​ປະສານ​ງານ​ດ້ານ​ຍຸດ​
ທະ​ສາດ. ສອງ​ຝ່າຍ​ຕົກລົງ​ວ່າ: ການ​ແລກປ່ຽນ​ຄວາມ​ເຫັນ​ລະຫວ່າງ​ອົງການ​ນະໂຍບາຍ​ຕໍ່​ຕ່າງປະເທດ​ຂອງ​ສອງ​ປະເທດ ລວມ​ທັງ​ການ​ສົນທະນາ
​ດ້ານ​ຍຸດ​ທະ​ສາດ​ລະດັບ​ສູງ, ຈະ​ສືບຕໍ່​ດຳເນີນ​ໄປ​ໃນ​ຫຼາຍ​ລະດັບ.

     ໃນໂອກາດພົບປະສົນທະນາດັ່ງກ່າວ, ສອງຝ່າຍ​ ໄດ້​ເຫັນດີເປັນເອະພາບ ແລະ ລົງ​ນາມ​ໃນ​ບົດ​ແຜນການ​ແລກປ່ຽນ​ປີ 2026-2027 ລະ
ຫວ່າງ​ສອງ​ປະເທດດ້ວຍຜົນສໍາເລັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 15/07/2025