ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັດ​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 15

     ​ວັນ​ທີ 11 ທັນວາ 2025 ນີ້​ວ່າ ພາຍຫຼັງ​ໄດ້​ດຳເນີນ​ມາເປັນ​ເວລາ 40 ວັນ​ ຢູ່​ຫໍ​ປະຊຸມ​ສະພາ​ແຫ່ງ​ຊາດ ​ນະຄອນຫຼວງ ຮ່າ​ໂນ້ຍ, ກອງ​ປະ
ຊຸມ​ສະໄໝ​ສາມັນ ​ເທື່ອ​ທີ 10 ຂອງສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 15 ໄດ້​ອັດ​​ລົງ​ຢ່າງ​ເປັນ​ທາງ​ການ, ໂດຍ​ມີ ທ່ານ ໂຕ​ເລີມ ເລຂາທິການ
​ໃຫ່​​ຍ, ທ່ານ ເລືອງ​ເກື່ອງ ປະທານ​ປະເທດ, ທ່ານ ຟ້າມ​ມິນ​ຈິງ ນາຍົກລັດຖະມົນຕີ, ປະທານ​ສະພາ​ແຫ່ງຊາດ ພ້ອມ​ດ້ວຍ​ບັນດາ​ການ​ນຳ, ອະ
ດີດ​ການ​ນຳ​ພັກ, ລັດ ແລະ ​ສສຊ ໄດ້​ເຂົ້າ​ຮ່ວມ.

     ທ່ານ ເຈິ່ນ ​ແທັງ​ເໝີ້ນ ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ວ່າ: ກອງ​ປະຊຸມ​ສະໄໝ​ສາມັນ​ ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 15
ໄດ້​ສຳເລັດ​ທຸກ​ເນື້ອ​ໃນ​ໂຄງການ​ທີ່​ໄດ້​ວາງ​ອອກ. ສະພາ​ແຫ່ງ​ຊາດ​ໄດ້​ພິຈາລະນາ, ປຶກສາ​ຫາລື, ລົງມະຕິ​ຮັບຮອງ​ເອົາ​ກົດໝາຍ 51 ສະບັບ, ມະຕິ
39 ສະບັບ. ນີ້​ແມ່ນ​ຈຳນວນ​ຫຼວງຫຼາຍ ກວມ​ເອົາ​ເກືອບ 30% ດ້ານກົດໝາຍ, ມະຕິ​ທັງ​ໝົດ​ທີ່​ໄດ້​ປະກາດ​ໃຊ້​ຂອງ​ທັງ​ອາຍຸ​ການ, ບັນດາ​ກົດໝາຍ,
ມະຕິ​ໄດ້​ຮັບຮອງ​ເອົາ​ທັງ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ສະພາບ​ຕົວ​ຈິງ, ທັງ​ສ້າງ​ຂອບ​ເຂດ​ນິຕິ​ກຳ​ໃຫ້​ແກ່​ໄລຍະ​ໃໝ່.

     ໃນ​ອາຍຸ​ການ 5 ປີ ຜ່ານມາ, ປະ​ທານ​​ນ​ສະພາ​ແຫ່ງ​ຊາດ ໄດ້​ເນັ້ນ​ໜັກ​ວ່າ: ເຖິງ​ວ່າ​ໄດ້​ປະສົບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ນັບ​ແຕ່​
ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ​ໃນ​ຕົ້ນ​ອາຍຸ​ການ ຮອດ​ໄພ​ທຳ​ມະ​ຊາດ, ພະຍຸ​ນ້ຳ​ຖ້ວມ​ໃນ​ທ້າຍ​ອາຍຸ​ການ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ໄດ້​ປັບ​ຕົວ
ຢ່າງ​ມີ​ໄຫວ​ພິບ, ຮັກສາ​ຄວາມ​ສາມັກຄີ ແລະ ບັນລຸ​ໄດ້​ໝາກຜົນ​ຮອບດ້ານ. ພ້ອມ​ຢືນ​ຢັນ​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ມານະ​ພະຍາຍາມ ຕັດສິນ​ໃຈ​
ສູງ​ກ່ວ​​າ​ເກົ່າ ເພື່ອປະຊາຊົນ ເພື່ອ​ປະເທດ​ຊາດ, ປະກອບສ່ວນ​ສຳຄັນ​ເພື່ອ​ໃຫ້​ປະເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່.

ແຫຼ່ງທີ່ມາ: ຂກທ
ວັນທີ 15/12/2025