ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ປະກາດ​ຍົກເວັ້ນ​ພາສີ​ ສໍາລັບ 53 ປະເທດ ຂອງ​ສະຫະພາບ​ອາ​ຟຣິ​ກາ

     ​ວັນ​ທີ 15 ກຸມພາ ໂດຍ​ອ້າງ​ຂໍ້​ມູນ​ຈາກ ສານ ຂອງ ທ່ານ ສິ​ ຈິ້ນ​ຜິ້ງ ປະທານ​ປະເທດ ແຫ່ງ ​ສປ ຈີນ ທີ່​ສົ່ງ​ໄປ​ອວຍພອນ​ກອງ​
ປະຊຸມ​ສຸດ​ຍອດ​ສະຫະພາບ ອາ​ຟຣິ​ກາ ຄັ້ງ​ທີ 39 ທີ່​ຈັດ​ຂຶ້ນ​ຢູ່​ອາ​ບາ​ບາ ປະເທດ ເອ​ທິ​ໂອ​ປີ ໂດຍ​ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ວ່າ: ນັບ​
ຕັ້ງແຕ່​ວັນ​ທີ 1 ພຶດສະພາ 2026 ເປັນຕົ້ນ​ໄປ. ສປ ຈີນ ຈະ​ປະຕິບັດ​ນະໂຍບາຍ​ຍົກເວັ້ນ​ພາສີ ​ສຳລັບ 53 ປະເທດ ຂອງ​ສະຫະພາບ
ອາ​ຟຣິກາ (ເອ​ຢູ) ທີ່​ມີ​ການ​ພົວພັນ​ການ​ທູດ​ກັບ​ປະເທດ ສປ ຈີນ, ພ້ອມ​ກັນ​ນັ້ນ, ສປ ຈີນ ກໍ​ຈະ​ສືບຕໍ່​ຊຸກຍູ້​ການ​ລົງ​ນາມ​ສັນຍາ​ຄູ່​
ຮ່ວມ​ມື​ເສດຖະກິດ​ຮ່ວມ ແລະ ເປີດ​ກວ້າງ​ຄວາມ​ສາມາດ​ເຂົ້າ​ເຖິງ​ຕະຫຼາດ​ໃຫ້​ແກ່​ບັນດາ​ຜະລິດ​ຕະ​ພັນ​ນຳ​ເຂົ້າຂອງ ອາ​ຟຣິ​ກາ ສົ່ງ​
ໄປ ສປ ຈີນ ຜ່ານ​ການ​ຍົກ​ລະດັບ “ເສັ້ນທາງ​ສີຂຽວ” ຕື່ມ​ອີກ. ທ່ານ ສີ​ ຈິ້ນ​ຜິ້ງ ໄດ້​ກ່າວ​ໃນ​ສານ​ອວຍພອນ​ຕື່ມ​ອີ​ກວ່າ: ຕໍ່ໜ້າ​ສະ
ພາບ​ການ​ສາກົນ​ທີ່​ສັບສົນ ແລະ ຂາດ​ສະຖຽນ​ລະ​ພາບ, ສປ ຈີນ ຍຶດ​ໝັ້ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ສັນຕິພາບ​ໂລກ, ຊຸກຍູ້​ການ​ພັດ
ທະນາ​ລວມ ແລະ ສ້າງ​ປະຊາ​ຄົມ​ແບ່ງປັນ​ທີ່ມີຊີວິດຊີວາ ເພື່ອສ້າງອະນາຄົດທີ່ີຍືນຍົງຮ່ວມກັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 18/02/2026