
ຝ່າຍທະຫານກຳປູເຈຍ ແລະ ໄທຈະຮັກສາການຕິດຕໍ່ພົວພັນກັນພ້ອມທັງຫຼີກລ່ຽງ ການປະທະກັນ
ວັນທີ 16 ສິງຫາ 2025 ນີ້ ຝ່າຍທະຫານໄທ ແລະ ກຳປູເຈຍ ໄດ້ຈັດກອງປະຊຸມພິເສດ ຢູ່ແຂວງຕຣາດຂອງໄທ ເພື່ອປຶກສາຫາລືບັນ
ຫາການຮັກສາສັນຕິພາບຢູ່ເຂດຊາຍ ແດນ ແລະ ອື່ນໆ.
ອີງຕາມຂ່າວທີ່ພາກທະຫານທີສາມຂອງກຳປູເຈຍເຜີຍແຜ່ຫຼັງ ກອງປະຊຸມໃຫ້ຮູ້ວ່າ: ສອງຝ່າຍເຫັນດີຮັກສາການຕິດຕໍ່ພົວພັນກັນເປັນ
ປະຈຳລະຫວ່າງ ກອງທະຫານລຽບຊາຍແດນກຳປູເຈຍ ແລະ ໄທ, ພ້ອມທັງພະຍາຍາມແກ້ໄຂບັນຫາທັງໝົດໂດຍສັນຕິ ແລະ ຫຼີກລ່ຽງການ
ປະທະກັນ. ຂ່າວໃຫ້ຮູ້ຕື່ມວ່າ: ສອງຝ່າຍໄດ້ເຫັນດີສ້າງຕັ້ງໜ່ວຍປະສານງານໃນດ້ານ ຫຼັກການ ເພື່ອເພີ່ມທະວີການຕິດຕໍ່ພົວພັນກັນລະຫວ່າງ
ຂັ້ນຕ່າງໆ. ເນື່ອງຈາກວ່າ ປັດຈຸບັນພວມດຳເນີນວຽກງານຂີດແບ່ງຊາຍແດນ,ຄະນະກຳມະການຊາຍແດນ ຮ່ວມຂອງສອງປະເທດໄດ້ປຶກສາຕົກ
ລົງກັນວ່າ ສາມາດພິຈາລະນາດຳເນີນວຽກ ງານເກັບກູ້ຫມາກມິນຢູ່ເຂດທີ່ໄດ້ຂີດແບ່ງຊາຍແດນແລ້ວຫຼືເຂດທີ່ບໍ່ມີການໂຕ້ຖຽງກັນ.
ວັນທີ 16 ສິງຫາ ຜ່ານມານີ້, ກອງທັບເຮືອຂອງໄທໄດ້ເຜີຍແຜ່ລົງສື່ສັງຄົມອອນລາຍວ່າ: ຜູ້ບັນຊາການເຂດຊາຍແດນຢູ່ແຂວງຈັນທະບຸລີ
ແລະ ແຂວງຕຣາດ ແລະ ຜູ້ບັນ ຊາການພາກທະຫານທີສາມຂອງກຳປູເຈຍ ໄດ້ຈັດກອງປະຊຸມຄະນະກຳມະການ ເຂດຊາຍແດນທ້ອງຖິ່ນຢູ່
ແຂວງຕຣາດຂອງໄທ ໃນວັນດຽວກັນ ໂດຍມີຈຸດປະສົງ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງດ້ວຍສັນຕິວິທີ, ຮັກສາສັນຕິພາບຢູ່ເຂດຊາຍແດນ ແລະ
ຊີວິດການເປັນຢູ່ທີ່ເປັນປົກກະຕິຂອງປະຊາຊົນສອງປະເທດ. ກອງທັບເຮືອຂອງໄທ ກ່າວວ່າ: ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ
ກ່ຽວກັບກອງປະຊຸມຄັ້ງນີ້.
ແຫຼ່ງທີ່ມາ: ຂກທ
ວັນທີ 20/08/2025