ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສຸດ​ຍອດ ຣັດເຊຍ-ອູແກຣນ- ອາ​ເມຣິກາ ອາດ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

​
ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລນ​ສະ​ກີ ປະທານາທິບໍດີ ອູແກຼນ

     ສຳນັກ​ຂ່າວ​ຫວຽດນາມ ລາຍ​ງານ, ອີງ​ຕາມທ່ານ ໂວ​ໂລ​ດີ​ເມຍ ເຊ​ເລນ​ສະ​ກີ (Volodymyr Zelensky) ປະທານາທິບໍດີ ອູແກຼນ ໃຫ້​ຮູ້​ວ່າ:
ປັດຈຸບັນ​ຍັງ​ບໍ່​ທັນ​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ຈາກ ອາ​ເມຣິກາ ແລະ ຣັດເຊຍ. ຜູ້​ປະສານ​ງານ​ຈາກວໍ​ຊິງ​ຕັນ ພວມ​ເຮັດ​ວຽກ​ກັບ​ບັນດາ​ຝ່າຍ ເພື່ອ
​ຈັດການ​ພົບ​ປະ​ລະຫວ່າງ​ປະທານາທິບໍດີ ອາ​ເມຣິກາ, ປະທານາທິບໍດີ ອູແກຣນ ແລະ ປະທານາທິບໍດີ ລັດເຊຍ ດ້ວຍ​ຂໍ້​ສະເໜີ​ຈັດ​ຢູ່​ສະຖານທີ່​ໃດ,
ປະເທດໃດ ຍັງບໍ່ແນ່ນອນ. ທ່ານ ເຊ​ເລນ​ສະ​ກີ ໃຫ້​ຮູ້​ຄື​ແນວ​ນັ້ນ​ໃນ​ເທບ​ອັດ​ສຽງ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 17 ຕຸລາ. ທ່ານ​ຍັງ​ເປີດເຜີຍ​
ຄວາມ​ເປັນ​ໄປ​ທີ່​ວ່າ ບັນດາ​ນັກ​ເຈລະຈາ ອູ​ແກຼນ ແລະ ອາ​ເມຣິກາ ຈະ​ດຳເນີນ​ການ​ພົບ​ປະ​ໃນ​ອາທິດ​ໜ້າ. ຕາມ​ການ​ນຳ ອູແກຼນ ແລ້ວ, ການ​ພົບ​ປະ
​ສາມ​ຝ່າຍ​ອາດ​ຈະ​ດຳເນີນ​ໄປ​ພ້ອມກັນກັບ​ກອງ​ປະຊຸມ​ສຸດ​ຍອດ G20 ຕາມ​ຂໍ້​ສະເໜີ​ຂອງ ອາ​ເມຣິກາ. ປັດຈຸບັນ​ແຜນ ການ​ພົບ​ປະ​ສາມ​ຝ່າຍ​ນີ້, ຍັງ​
ບໍ່​ທັນ​ມີ​ການ​ຢືນຢັນ​ຢ່າງ​
ເປັນ​ທາງ​ການ​ຈາກ ອາ​ເມຣິກາ ແລະ ຣັດເຊຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 20/10/2026