
ທ່ານ ຫວາງຢີ້ ພົບປະເຈລະຈາ ກັບລັດຖະມົນຕີຕ່າງປະເທດ ອິນເດຍ
ວັນທີ 18 ສິງຫາ ນີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ກະຊວງການຕ່າງປະເທດຈີນ ໄດ້ພົບປະ
ເຈລະຈາກັບ ທ່ານ ຊູບຣາມັນຢາມ ໃຈຊານກາ ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ຢູ່ນະຄອນຫຼວງນິວແດນລີ ຂອງປະເທດ
ອິນເດຍ.
ທ່ານ ຫວາງຢີ້ ກ່າວວ່າ: ປີນີ້ແມ່ນ ຄົບຮອບ75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຈີນ-ອິນເດຍ. ສອງຝ່າຍ
ຄວນຖອດຖອນບົດຮຽນທາງບວກ ແລະ ລົບຈາກ 75 ປີ ທີ່ຜ່ານມາຢ່າງເລິກ ເຊິ່ງ, ສ້າງຄວາມຮັບຮູ້ທາງດ້ານ ຍຸດທະສາດທີ່ຖືກຕ້ອງ,
ຖືຝ່າຍ ກົງກັນຂ້າມເປັນຄູ່ຮ່ວມມື ແລະໂອກາດ, ບໍ່ແມ່ນຄູ່ແຂ່ງ ຫຼື ໄພຂົ່ມຂູ່, ສະແຫວງຫາວິທີການຢູ່ຮ່ວມກັນຢ່າງຖືກຕ້ອງ ລະຫວ່າງ
ປະເທດໃຫຍ່ທີ່ຢູ່ໃກ້ກັນດ້ວຍຄວາມເຄົາລົບເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ, ຢູ່ຮ່ວມກັນໂດຍສັນຕິ, ພ້ອມກັນສະແຫວງຫາການ
ພັດທະນາ ແລະ ຮ່ວມມືກັນ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ທ່ານ ຊູບຣາມັນຢາມ ໃຈຊານກາ ກ່າວວ່າ: ອິນເດຍ ຍິນດີຖືເອົາການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີນີ້ ເປັນໂອ
ກາດ ເພື່ອລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບຈີນ, ເພີ່ມທະວີການຮ່ວມມືທີ່ໄດ້ຮັບຜົນປະໂຫຍດຮ່ວມກັນໃນຂົງເຂດເສດ
ຖະກິດການຄ້າ ແລະ ອື່ນໆ, ເພີ່ມການແລກປ່ຽນດ້ານວັດທະນະທຳ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບໃນເຂດ
ຊາຍແດນ.
ແຫຼ່ງທີ່ມາ: ຂກທ
ວັນທີ 21/08/2025