ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທ-ກຳປູເຈຍ ມຸ່ງ​ໄປ​ເຖິງ​ຂໍ້​ຕົກລົງ​ສັນຕິພາບ

     ​ຕາມ​ຂ່າວສານ​ຫວຽດນາມ ​ລາຍ​ງານ​ວັນ​ທີ 19 ຕຸລາ ນີ້​ວ່າ: ການ​ປຶກສາ​ຫາລື​ ຄັ້ງ​ທີ 4 ລະຫວ່າງ ອາ​ເມ​ຣິ​ກາ, ມາ​ເລ​ເຊຍ, ໄທ ແລະ
ກຳປູເຈຍ ໄດ້​ດຳເນີນ​ໃນ​ວັນ​ທີ 17 ຕຸລາ ຢູ່ ນະຄອນຫຼວງ​ກົວ​ລາ​ລຳເປີ ປະເທດ​ມາ​ເລ​ເຊຍ ບັນລຸ​ໄດ້​ ບັນດາ​ບາດກ້າວ​ສຳຄັນ​ໃນ​ຄວາມ​
ມານະ​ພະຍາຍາມ ຟື້ນ​ຟູ​ການ​ພົວ ພັນ​ສອງ​ຝ່າຍ​ລະຫວ່າງ ໄທ ແລະ ກຳປູເຈຍ.

     ແຈ້ງ​ການ​ກ່ຽວ​ກັບ​ການ​ປຶກສາ​ຫາລື, ວັນ​ທີ 18 ຕຸລາ ທ່ານ ສີ​ຮາ​ສັກ ພວງ​ເກດ​ແກ້ວ ລັດຖະມົນຕີ ການ​ຕ່າງປະເທດ ໄທ ໃຫ້​ຮູ້​ວ່າ:
ກອງ​ປະຊຸມ​ຄັ້ງ​ນີ້​ສຸມ​ໃສ່​ເຖິງ​ການ​ສ້າງ​ຖະແຫຼງການ​ຮ່ວມ​ເພື່ອ​ແນໃສ່​ສ້າງ​ກອບ​ຮ່ວມ​ມື​ແກ້​ໄຂ​ບັນດາ​ບັນຫາ​ຍັງ​ຄົງ​ຄ້າງ ລະຫວ່າງ ໄທ ແລະ
ກຳປູເຈຍ ດ້ວຍ​ເປົ້າ​ໝາຍ​ຟື້ນ​ຟູ​ການ​ພົວພັນ​ສອງ​ຝ່າຍ​ທີ່​ເປັນ​ມິດ​ຄືນໃໝ່. ສ່ວນ​ກຳປູເຈຍ, ທ່ານ ປຣາກ ຊອກ​ຮອນ ຮອງ​ນາຍົກລັດຖະ
ມົນຕີ, ລັດຖະມົນຕີ​ການ​ຕ່າງປະເທດ ແລະ ຮ່ວມ​ມື​ສາກົນ ກຳປູເຈຍ ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ສັນຕິພາບ​ລະຫວ່າງ​ສອງ​ປະເທດ ທີ່​ຈະ​ໄດ້​ຮັບ​
ການ​ລົງ​ນາມ ຈະຊ່ວຍ​ໃຫ້​ກຳປູເຈຍ ແລະ ໄທ ຫັນ​ການ​ພົວພັນ​ເປັນ​ປົກກະຕິ, ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ດຳ ລົງ​ຊີວິດ​ທີ່​ມີ​​ສັນຕິພາບຄື​ບັນດາ
ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ.

ແຫຼ່ງທີ່ມາ: ຂກທ
ວັນທີ 21/10/2025