ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ເປີດ​ໂຕ ລົດໄຟ​ອັດ​ສະ​ລິ​ຍະ​ແລ່ນ​ໄດ້ 200 ກິໂລແມັດ​ຕໍ່​ຊົ່ວໂມງ
ສາມາດ​ຮຽນ​ຮູ້ ແລະ​ຕັດສິນ​ໃຈ​ເອງ​ໄດ້

     ​ວັນ​ທີ 21 ກັນຍາ 2025 ສປ ຈີນ ໄດ້​ເປີດ​ໂຕລົດໄຟ​ພາກ​ພື້ນ​ອັດ​ສະ​ລິ​ຍະລຸ້ນ​ໃໝ່​ຫຼ້າ​ສຸດ, ເປັນ​ຜົນງານ​ຂອງ​ບໍລິສັດ CRRC
Qingdao Sifang ທີ່​ຜະລິດ​ໂດຍ​ໃຊ້​ເຕັກ​ໂນ​ໂລ​ຊີ ແລະ ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ເອງ​ທັງ​ໝົດ. ຈຸດ​ເດັ່ນ​ຂອງ​ມັນ​ແມ່ນ​ສາມາດ​
ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ສຸດ​ເຖິງ 200 ກິໂລແມັດ​ຕໍ່​ຊົ່ວໂມງ ພ້ອມ​ກັບ​ລະບົບ​ຄວບ​ຄຸມ​ອັດ​ສະ​ລິ​ຍະ​ທີ່​ສາມາດຮຽນ​ຮູ້ ແລະ ຕັດສິນ​
ໃຈ​ໄດ້​ດ້ວຍ​ຕົວ​ເອງ ຊຶ່ງ​ຊ່ວຍ​ຫຼຸດ​ການ​ເພິ່ງ​ພາ​ການ​ຄວບ​ຄຸມ​ຈາກ​ຄົນ​ຂັບ.

     ລົດໄຟ​ລຸ້ນ​ໃໝ່​ນີ້​ໄດ້​ຖືກ​ນຳ​ມາ​ເປີດ​ໂຕ​ໃນ​ງານເທດສະການ​ລະບົບ​ຂົນສົ່ງ​ມວນ​ຊົນ​ລົດໄຟ​ໃຕ້​ດິນ​ສາກົນ​ຈີນ ທີ່​ເມືອງ​ຊິງ​ເຕົາ ແຂວງ​
ຊານ​ຕົງ, ໂດຍ​ມີ​ເປົ້າ​ໝາຍ ​ເພື່ອ​ໃຫ້​ບໍລິການ​ໃນ​ເສັ້ນທາງ​ລະຫວ່າງ​ນະຄອນຫຼວງ​ປັກ​ກິ່ງ​ກັບ​ເຂດ​ໃໝ່​ຊົງ​ອັນ ແຂວງ​ເຫີ​ເປີຍ ທາງ​ຕອນ
ເໜືອ​ຂອງ​ປະເທດ.

     ຜູ້​ພັດທະນາ​ໃຫ້​ຂໍ້​ມູນ​ວ່າ: ເຕັກ​ໂນ​ໂລ​ຊີ​ດັ່ງກ່າວ​ຈະ​ຊ່ວຍ​ເພີ່ມ​ຄວາມ​ປອດ​ໄພ, ປະສິດທິພາບ ແລະ ຄວາມ​ສະດວກ​ສະບາຍ​ໃນ​
ການ​ເດີນທາງ​ລະຫວ່າງ​ເມືອງ, ສະທ້ອນ​ເຖິງ​ຄວາມ​ກ້າວໜ້າ​ຂອງ ຈີນ ໃນ​ການ​ພັດທະນາ​ນະ​ວັດຕະ​ກຳ​ດ້ານ​ລະບົບ​ທາງ​ລົດໄຟ ແລະ
ປັນຍາ​ປະດິດ​ໃຫ້​ເຂົ້າ​ເຖິງ​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/09/2025