ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍ​ລະ​ມັນ ເປີດເຜີຍ​ລາຍ​ລະອຽດ​ກ່ຽວ​ກັບ​ເຫດການ​ທໍ່​ສົ່ງ​
ອາຍ​ແກັສ​ທຳ​ມະ​ຊາດ ນອດ ສະ​ຕຣີມ ຖືກ​ທຳລາຍ

     ​ວິທະຍຸ​ສາກົນ​ແຫ່ງ ​ສປ ຈີນ ລາຍ​ງານ​ໃນ​ວັນ​ທິ 24 ສິງຫາ 2025 ວ່າ: ຊາຍ​ຊາວ​ອູ​ແກຣນ​ຜູ້​ໜຶ່ງ​ຖືກ​ຈັບ​ຕົວ​ຢູ່​ອີ​ຕາ​ລີ ຍ້ອນ​ຖືກ​ສົງໄສ
​ວ່າ​ທຳລາຍ​ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ​ຂອງ ຣັດ​ເຊຍ. ເຈົ້າ​ໜ້າທີ່​ເຢຍ​ລະ​ມັນ ເຊື່ອ​ວ່າ ຊາຍ​ຜູ້​ນີ້​ໄດ້​ວາງ​ແຜນ ແລະ ປະສານ​ງານ​ກໍ່​ເຫດການ
​ໂຈມ​ຕີ​ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ ນອດ ສະຕຣີມ (Nord Stream) ທີ່​ເກີດ​ຂຶ້ນ​ໃນ​ປີ 2022.

     ເອກະສານ​ສືບສວນ​ທີ່​ເຈົ້າ​ໜ້າທີ່ ​ເຢຍ​ລະ​ມັນ ​ເປີດເຜີຍ​ໃນ​ວັນ​ທີ 23 ສິງຫາ ຜ່ານ​ມາ ສະແດງ​ໃຫ້​ເຫັນ​ວ່າ: ທໍ່​ສົ່ງ​ອາຍ​ແກັສ​ທຳ​ມະ​ຊາດ
Nord Stream-1 ແລະ Nord Stream-2 ຖືກ​ທຳລາຍ​ຈາກ​ລະເບີດ​ເວລາ ຢ່າງ​ໜ້ອຍ 4 ລູກ. ລະເບີດ​ເຫຼົ່າ​ນີ້​ແມ່ນ​ຖືກ​ຂົນສົ່ງ​ໄປ​ເຖິງ​
ທະເລ​ບານ​ຕິກ​ດ້ວຍ​ເຮືອ​ໃບ​ລຳ​ໜຶ່ງ. ເອກະສານ​ສືບສວນສະແດງ​ໃຫ້​ເຫັນ​ວ່າ: ມີ​ຢ່າງ​ໜ້ອຍ 6 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ຕິດ​ຕັ້ງ​ລະເບີດ, ໃນ​ນັ້ນ
ມີ 4 ຄົນ ​ແມ່ນ​ນັກ​ດຳ​ນ້ຳ, ເຂົາເຈົ້າ​ໄດ້​ຕິດ​ຕັ້ງ​ລະເບີດ​ທີ່​ມີ​ນ້ຳໜັກ​ເຖິງ 14 ຫາ 27 ກິ​ໂລກຼາມ ​ຢູ່​ທໍ່​ສົ່ງ​ອາຍ​ແກ​​ັສ​ທຳ​ມະ​ຊາດ ​ໃນ​ໃຕ້​ນ້ຳ​ທະ
ເລ​ທີ່​ເລິກ​ລະຫວ່າງ 70 ຫາ 80 ແມັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 26/08/2025