
ເອໄອ ຈະສົ່ງຜົນກະທົບຕໍ່ການຈ້າງງານໃນອັງກິດ

ສໍານັກຂ່າວຫວຽດນາມ ລາຍງານວັນທີ 23 ເມສາ ວ່າ: ຜູ້ບໍລິຫານທຸລະກິດໃນອັງກິດຄາດວ່າປັນຍາປະດິດ (ເອໄອ) ຈະ ສົ່ງຜົນ
ກະທົບຕໍ່ການຈ້າງງານໂດຍລວມຫຼຸດລົງໃນທົດສະວັດຕໍ່ໄປ, ໂດຍສະເພາະຕຳແໜ່ງງານລະດັບເລີ່ມຕົ້ນມີທ່າອ່ຽງທີ່ຈະໄດ້ຮັບຜົນກະທົບ
ຫຼາຍທີ່ສຸດ. ຜົນການສຳຫຼວດພົບວ່າ: ປະມານເຄິ່ງໜຶ່ງຂອງຜູ້ບໍລິຫານໃນປະເທດນີ້ ມີຄວາມກັງວົນກ່ຽວກັບການສູນເສຍຕໍາແໜ່ງວຽກ
ງານສຸດທິທົ່ວເສດຖະກິດທັງໝົດ, ເພີ່ມຂຶ້ນຈາກປະມານ 1 ສ່ວນ 3 ເມື່ອທຽບກັບສອງປີກ່ອນ.
ການສຳຫຼວດຍັງໄດ້ເຕືອນກ່ຽວກັບຄວາມສ່ຽງຂອງວົງຈອນທີ່ໂຫດຮ້າຍ ຖ້າຫາກຜູ້ບໍລິຫານຮັບຮູ້ວ່າພະນັກງານຈະຖືກທົດແທນ
ຢ່າງຫຼີກລ່ຽງບໍ່ໄດ້ ກໍຈະຍິ່ງຫຼຸດແຮງຈູງໃຈໃນການພັດທະນາທັກສະກຳລັງແຮງງານ. ກຸ່ມຊາວໜຸ່ມຖືກພິຈາລະນາວ່າ ຈະປະເຊີນກັບ
ຄວາມສ່ຽງທີ່ໃຫຍ່ ທີ່ສຸດ, ໂດຍອັດຕາສ່ວນຂອງຜູ້ບໍລິຫານທີ່ເຊື່ອວ່າ AI ຈະເພີ່ມຄວາມຕ້ອງການແຮງງານລະດັບເລີ່ມຕົ້ນຫຼຸດລົງເຫຼືອ
ພຽງ 15% ຈາກ 40% ເມື່ອທຽບກັບສອງປີກ່ອນ. ໃນຂະນະດຽວກັນ, ເກືອບ 40% ຄາດວ່າ ເອໄອຈະຫຼຸດຄວາມຕ້ອງການສຳລັບ
ກຸ່ມ ແຮງງານນີ້, ເພີ່ມຂຶ້ນຈາກປະ ມານ 1 ສ່ວນ 5. ສະຖານະການດັ່ງກ່າວໄດ້ກົດດັນບັນຫາການວ່າງງານໃນກຸ່ມໄວໜຸ່ມ ເຊິ່ງໄດ້ກາຍ
ເປັນບັນຫາຮີບດ່ວນສຳລັບທ່ານ ເຄຍ ສະຕາເມີ ນາຍົກລັດຖະມົນຕີອັງກິດ, ຫຼັງຈາກອັດຕາການວ່າງງານໃນກຸ່ມທີ່ມີອາຍຸ 16-24 ປີ
ບັນລຸລະດັບສູງສຸດໃນຮອບທົດສະວັດ, ທ່າມກາງຄ່າໃຊ້ຈ່າຍໃນການຈ້າງງານທີ່ເພີ່ມຂຶ້ນ ແລະ ຜົນກະທົບຂອງເຕັກໂນໂລຊີຕໍ່ຂະແໜງ
ການສຳນັກງານ. ຢ່າງໃດກໍຕາມ, ບົດລາຍງານຊີ້ໃຫ້ເຫັນວ່າພະນັກງານໃນອັງກິດກຳລັງນຳ ເອໄອ ມາໃຊ້ໃນການເຮັກວຽກງານຢ່າງໄວ
ວາ, ໂດຍເກືອບ 20% ໃຊ້ generative ເອໄອ ເປັນປະຈຳທຸກໆມື້ ຊຶ່ງເພີ່ມຂຶ້ນເຖິງສາມເທົ່າເມື່ອທຽບກັບສອງປີກ່ອນ. ໃນທາງກົງ
ກັນຂ້າມ, ຂະແໜງທຸລະກິດຍັງຊັກຊ້າໃນການປັບຕົວ ສົ່ງຜົນໃຫ້ການໃຊ້ ເອໄອຍັງບໍ່ທັນສະທ້ອນໃຫ້ເຫັນໃນໂຕເລກ ຈີດີພີ ໃນໄລຍະສັ້ນ.
ຍ້ອນວ່າການນຳໃຊ້ຍັງຈຳກັດຢູ່ໃນວຽກງານເລັກນ້ອຍ ແທນທີ່ຈະຖືກນຳໃຊ້ໃນຂະບວນການຫຼັກ, ອີກທັງອົງກອນຕ່າງໆ ຍັງບໍ່ທັນ
ໄດ້ປັບລະບົບ ແລະ ຂະບວນການເຮັດວຽກເພື່ອສະໜັບສະໜູນຢ່າງເຕັມທີ່. ນອກຈາກນັ້ນ, ບົດລາຍງານ ຍັງສະແດງໃຫ້ເຫັນເຖິງຊ່ອງ
ວ່າງທັດສະນະລະຫວ່າງພະນັກ ງານ ແລະ ຝ່າຍຜູ້ບໍລິຫານ, ໂດຍພະນັກງານເບິ່ງ ເອໄອ ເປັນເຄື່ອງ ມືໃນການປັບປຸງຄຸນນະພາບ ການ
ເຮັດວຽກ, ໃນຂະນະທີ່ຝ່າຍບໍລິຫານສຸມໃສ່ການນຳໃຊ້ ເພື່ອຫຼຸດຜ່ອນຕົ້ນທຶນແທນທີ່ຈະສ້າງລາຍຮັບ.
ແຫຼ່ງທີ່ມາ: ຂກທ
ວັນທີ 27/04/2026