ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣານ-ອາເມຣິກາ ສືບຕໍ່​ໂຈມ​ຕີ​ຖານ​ທີ່​ໝັ້ນ​ເຊິ່ງ​ກັນ ແລະ ກັນ

     ​​ອີ​ຣານ ໄດ້ “ຢຸດຕິ​ທຸກ​ຄຳ​ໝັ້ນ​ສັນຍາ ແລະ ໃນ​ຕົວ​ຈິງ​ບໍ່​ໄດ້​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ” ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ບັນລຸ​ໄດ້​ກັບ ອາ
ເມຣິກາ ກ່ອນ​ນີ້ 1 ເດືອນ. ນີ້​ແມ່ນ​ຄຳ​ຖະແຫຼງ​ຂອງ​ທ່ານ Kazem Gharibabadi ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ອີ​
ຣານ ທາງ​ຊ່ອງ​ໂທລະພາບ​ແຫ່ງ​ຊາດ ອີ​ຣານ, ໃນ​ວັນ​ທີ 18 ກໍລະກົດ. ຝ່າຍ ອີ​ຣານ ຖື​ວ່າ, ອາເມຣິກາ ມີ​ການ​ກະທຳ “ເກາະ​ຜິດ”, ລະ
ເມີດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ໃນ​ຂະນະ​ທີ່​ພວມ​ດຳເນີນ​ການ​ເຈລະຈາ.

     ປັດຈຸບັນ, ບັນດາ​ການ​ເຈລະຈາ​ທາງ​ອ້ອມ​ລະຫວ່າງ ອີ​ຣານ ແລະ ອາເມຣິກາ, ໂດຍ​ມີ ກາ​ຕາ ແລະ ປາ​ກິດ​ສະຖານ ເປັນກາງ​ໄກ​
ເກ່ຍ ເກືອບ​ວ່າ ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ. ທ່ານຮອງລັດຖະມົນຕີ ​ຢຶນ​ຢັນ​ວ່າ, ບຸຣິມະສິດ​ຂອງ ເຕ​ເຮ​ຣານ ໃນ​ປັດຈຸບັນ ແມ່ນ​ປົກ​ປັກ​
ຮັກສາ​ປະເທດ​ຊາດ ແລະ ຈະ​ເດັດດ່ຽວ ຕອບ​ໂຕ້​ທຸກ​ການ​ກະທຳ​ຂອງ​ອາເມຣິກາ ຕໍ່​ຜືນ​ແຜ່ນດິນ​ຂອງ ອີ​ຣານ. ໃນ​ຕົວ​ຈິງ, ນັບ​ມາ​ຮອດ
​ວັນ​ທີ 22 ກໍລະກົດ, ອາເມຣິກາ ໄດ້​ດຳເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ພື້ນຖານ​ຄວາມ​ໝັ້ນ ຄົງ​ທາງ​ພາກ​ໃຕ້​ຂອງ​ອີ​ຣານ ຫຼາຍ​ຮ້ອຍ​
ຄັ້ງ​ລຽນຕິດ​ເປັນ​ມື້​ທີ 12 ແລ້ວ, ເຊິ່ງ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃໝ່ ເພື່ອ​ເຮັດ​ໃຫ້​ຄວາມ​ສາມາດ​ຂອງ ອີ​ຣານ ຖືກ​ຫລຸດ​ລົງ, ໃນ
​ການ​ນາບ​ຂູ່​ກຳປັ່ນ​ການ​ຄ້າ​ໄປ​ຜ່ານ​ຊ່ອງ​ແຄບ ຮໍ​ມຸ​​ສ Hormuz.

     ໃນ​ຂະນະ​ດຽວ​ກັນ, ກອງ​ກຳລັງ​ພິ​ທັກ​ປະຕິວັດ​ອິດ​ສະ​ລາມ ອີ​ຣານ (IRGC) ກໍ​ໄດ້​ສະຫງວນ​ການ​ຕອບ​ໂຕ້​ໄປ​ຍັງ​ຖານ​ທີ່​ໝັ້ນ​ຂອງ​
ກອງ​ກຳລັງ​ອາເມຣິກາ ທີ່​ຕັ້ງ​ຢູ່​ບັນດາ​ປະເທດ​ພັນທະ​ມິດ​ໃນ​ອ່າວ​ເປີ​ເຊຍ ຢ່າງ​ແຂງແຮງ ແລະ ເໝາະ​ສົມ ເຮັດ​ໃຫ້​ທະຫານ​ອາເມຣິກາ
ເສຍ​ຊີວິດ​ເພີ່ມຕື່ມອີກ​ຫຼາຍ​ຄົນ

ແຫຼ່ງທີ່ມາ: ຂກທ
ວັນທີ 27/07/2026