ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາດຕະເວນ​ຮ່ວມ​ເພື່ອ​ປະຕິບັດ​ກົດໝາຍ​ຕາມ​ແມ່ນໍ້າຂອງ ລະຫວ່າງ​ ຈີນ-ລາວ-ມຽນ​ມາ-ໄທ

     ​ວັນ​ທີ 20 ເມສາ ​ນີ້, ການ​ລາດຕະເວນ​ຮ່ວມ​ເພື່ອ​ປະຕິບັດ​ກົດໝາຍ​ຕາມ​ແມ່ນ້ຳ​ຂອງ ​ຄັ້ງ​ທີ 164 ລະຫວ່າງ​ ຈີນ-ລາວ-ມຽນ​
ມາ-ໄທ ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ. ທຸກ​ຝ່າຍ​ຈະ​ສຸມ​ໃສ່​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາຍ​ແດນ​ຕ່າງໆເຊັ່ນ: ການ​ຫຼອກ​ລວງ​ທາງ​ໂທລະ​ຄົມ, ການ​
ຄ້າຂາຍ​ເຖື່ອນ ແລະ ການ​ລັກ​ລອບ​ເຂົ້າ-ອອກ​ເມືອງ​ຜິດ​ກົດໝາຍ​ເປັນຕົ້ນ ແລະ ຈະ​ອອກແຮງ​ສຸດ​ຂີດ​ ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ປອດ
​ໄພ​ຂອງ​ເຮືອ​ທີ່​ເດີນທາງ​ຕາມ​ແມ່ນ້ຳ ພ້ອມ​ດ້ວຍ​ເຂດ​ລ່ອງ​ແມ່ນ້ຳ​ຂອງ.

     ໃນ​ໄລຍະ​ການເຄື່ອນໄຫວ​ເທື່ອນີ້, ພາກສ່ວນ​ປະຕິບັດ​ກົດໝາຍ​ຂອງ 4 ປະເທດ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ,
ພ້ອມ​ກັນ​ວິເຄາະ​ສະຖານະ​ການ​ຫຼ້າ​ສຸດ​ໃນ​ເຂດ​ລ່ອງ​ແມ່ນ້ຳ​ຂອງ ແລະ​ຄົ້ນຄວ້າ​ຕົກລົງ​ຂັ້ນ​ຕອນ​ສຳລັບ​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ທີ່​
ສຳຄັນ​ໃນຕໍ່ໜ້າ.

ແຫຼ່ງທີ່ມາ: ຂກທ
ວັນທີ 28/04/2026