ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ເປີດ​ຮັບ​ແຮງ​ງານ​ຕ່າງປະເທດໃນ​ພາກ​ກະສິກຳ​ຈຳນວນ​ຫຼາຍ

     ​ສໍານັກ​ຂ່າວອິນ​ໂຟ​ເຄວສ ລາຍ​ງານ​ໃນ​ວັນ​ທີ 27 ເມສາ ນີ້, ກະຊວງ​ກະສິກຳ, ອາຫານ ແລະ ກິດຈະການ ຊົນນະບົດ ເປີດເຜີຍ​ວ່າ:
ລັດຖະບານ ກຽມ​ຮັບ​ແຮງ​ງານ​ຕ່າງປະເທດ​ຕາມ​ລະດູ​ການ ເຂົ້າ​ສູ່ພາກ​ກະສິກຳ ຈຳນວນ 93.500 ຄົນ ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ ເຊິ່ງ​
ເປັນ​ຕົວ​ເລກ​ສູງ ເປັນ​ປະຫວັດສາດ.

     ແຮງ​ງານ​ຈຳນວນ​ດັ່ງກ່າວ, ໄດ້​ເພີ່ມ​ຂຶ້ນ​ຢ່າງ​ມີ​ໄລຍະ​ສຳຄັນ ເມື່ອ​ທຽບ​ກັບ​ປີ​ທີ່​ຜ່ານ​ມາ ເຊິ່ງ​ມີແຮງ​ງານ ຕ່າງປະເທດ ໃນ​ພາກ​ກະສິ
ກຳ ຈຳນວນ 77.411 ຄົນ. ກະຊວງ​ກ່ຽວຂ້ອງ ສ ເກົາຫຼີ ລະບຸ​ວ່າ, ຈະ​ສືບຕໍ່ຍົກ​ລະດັບ​ທັກ​ສະ​ແຮງ​ງານ​ຕ່າງປະເທດ ໂດຍ​ຜ່ານ​ການ​ເຝິກ​
ອົບຮົມ​ຫຼາຍ​ພາສາ, ພ້ອມ​ທັງການ​ປຶກສາ​ຫາລື ກັບ ກະຊວງ​ຍຸຕິ​ທຳ​ຂອງ​ຕົນ ເພື່ອ​ອອກ​ວິ​ຊ່າ​ດ້ວຍ​ຮູບ​ແບບ​ໃໝ່ ເພື່ອ​ເປີດ​ທາງ​ໃຫ້​ແຮງ​ງານ
ທີ່​ມີ​ທັກ​ສະ​ສາມາດ​ອາໄສ ແລະ ເຮັດ​ວຽກ ໄດ້​ຍາວ​ນານ​ຂຶ້ນ ໃນ​ພາກ​ກະສິກຳ ແລະ ການ​ປະມົງ.

     ນອກຈາກ​ນັ້ນ, ລັດຖະບານ ສ ເກົາຫຼີ ພວມ​ກຽມ​ປັບປຸງ​ສະພາບ​ການ​ຈ້າງ​ງານ ແລະ ຍົກ​ລະດັບ​ມາດຕະຖານ​ຄວາມ​ປອດ​ໄພ ໃນ​
ສະຖານທີ່​ເຮັດ​ວຽກ ເພື່ອ​ຮັບຮອງ​ແຮງ​ງານ​ຕ່າງປະເທດ ທີ່​ເພີ່ມ​ຂຶ້ນ ໃນ​ອະນາຄົດ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/04/2026