ອຸຕຸນິຍົມໂລກເຜີຍ ອາຊີຮ້ອນໄວ ຂຶ້ນເກືອບສອງເທົ່າຂອງຄ່າສະເລ່ຍທົ່ວໂລກ
ວັນທີ 24 ມິຖຸນາ 2025 ສະພາບອາກາດຂອງອົງການອຸຕຸນິຍົມວິທະຍາໂລກ (WMO) ເຊິ່ງໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບນະໂຍບາຍ
ເພື່ອການຕັດສິນໃຈລະດັບພາກພື້ນ ແລະ ລະດັບປະເທດລະບຸໃນປີ 2024 ວ່າ: ຜົນກະທົບຂອງຄື້ນຄວາມຮ້ອນໃນອາຊີກຳລັງຮຸນແຮງຂຶ້ນ
ໂດຍແທ່ງນ້ຳກ້ອນທີ່ລະລາຍຢ່າງຕໍ່ເນື່ອງ ຄຸກຄາມຄວາມໝັ້ນຄົງດ້ານນ້ຳໃນອະນາຄົດຂອງພາກພື້ນ. ລາຍງານສະບັບໃໝ່ລະບຸວ່າ: ປີ 2024
ເປັນປີທີ່ຮ້ອນສຸດເປັນປະຫວັດສາດ ຫຼື ຮ້ອນເປັນອັນດັບສອງເທົ່າທີ່ມີການບັນທຶກໄວ້ ຂຶ້ນຢູ່ກັບຊຸດຂໍ້ມູນລວມທັງຄື້ນຄວາມຮ້ອນທີ່ແຜ່ຂະ
ຫຍາຍ ແລະ ຄົງຢູ່ຍາວນານ ເຊິ່ງທ່າອ່ຽງຄວາມຮ້ອນລະຫວ່າງປີ 1991-2024 ເພີ່ມຂຶ້ນເກືອບສອງເທົ່າຂອງໄລຍະປີ 1961-1990. ອາຊີ
ເປັນທະວີບທີ່ມີແຜ່ນດິນຂະໜາດໃຫຍ່ທີ່ສຸດ ຍາວເຖິງພາກພື້ນອາກຕິກ ແລະ ຮ້ອນຂຶ້ນໄວກວ່າສອງເທົ່າຂອງຄ່າສະເລ່ຍທົ່ວໂລກເນື່ອງຈາກ
ອຸນຫະພູມທີ່ເພີ່ມຂຶ້ນເທິງພື້ນດິນ ສູງກວ່າອຸນຫະພູມທີ່ເພີ່ມຂຶ້ນໃນມະຫາສະໝຸດ.
ໃນປີ 2024 ຄື້ນຄວາມຮ້ອນປົກຄຸມພື້ນທີ່ມະຫາສະໝຸດຫລາຍເປັນປະຫວັດສາດ ແລະ ອຸນຫະພູມຜິວນ້ຳທະເລຢູ່ໃນລະດັບສູງສຸດ
ເຊັ່ນກັນ ໂດຍອັດຕາການອຸ່ນຂຶ້ນຂອງຜິວນ້ຳທະເລໃນອາຊີ ຢູ່ລະດັບ 0,24 ອົງສາຕໍ່ທົດສະວັດ ເກືອບສອງເທົ່າຂອງຄ່າສະເລ່ຍທົ່ວໂລກ. ນອກ
ຈາກນີ້, ພື້ນທີ່ມະຫາ ສະໝຸດສ່ວນຫຼາຍຂອງອາຊີ ໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນໃນທະເລທີ່ຮຸນແຮງ ເຊິ່ງເປັນລະດັບຮຸນແຮງທີ່ສຸດ ນັບ
ແຕ່ເລີ່ມມີການບັນທຶກໃນປີ 1993 ໂດຍສະເພາະທາງເໜືອຂອງມະຫາສະໝຸດອິນເດຍ, ພື້ນທີ່ມະຫາສະໝຸດຕິດກັບຍີ່ປຸ່ນ, ທະເລເຫຼືອງ ແລະ
ທະເລຈີນຕາເວັນອອກ. ລາຍງານຍັງລະບຸອີກວ່າ: ການລະບາຍຂອງແທ່ງນ້ຳກ້ອນສ່ວນຫລາຍຢູ່ພູສູງຂອງອາຊີໃນໄລຍະຫຼາຍສິບປີຜ່ານມາ ສົ່ງຜົນ
ກະທົບຕໍ່ລະດັບນ້ຳທະເລ, ວັກທະຈັກນ້ຳໃນພາກພື້ນ ແລະ ເຫດການອັນຕະລາຍຕ່າງໆເຊັ່ນ: ອຸທົກກະໄພ.
ທ່ານ ນາງ ເຊເລສ ເຊົາໂລ ເລຂາທິການ WMO ກ່າວວ່າ: ລາຍງານສະຖານະສະພາບອາກາດໃນອາຊີ ເນັ້ນເຖິງການປ່ຽນແປງຂອງຕົວ
ຊີ້ວັດສະພາບອາກາດທີ່ສຳຄັນເຊັ່ນ: ອຸນຫະພູມພື້ນຜິວ, ມວນແທ່ງນ້ຳກ້ອນ ແລະ ລະດັບນ້ຳທະເລ ເຊິ່ງຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ສັງຄົມ,
ເສດຖະກິດ ແລະ ລະບົບນິເວດໃນພາກພື້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 30/06/2025