ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງ​ການ​ຕ່າງປະເທດ​ນຳ​ໜ້າ​ ໃນ​ການ​ນຳ​ປະເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ ສາກົນ

     ​ຕາມ​ຂ່າວສານ​ຫວຽດນາມ​ ລາຍ​ງານ​ວັນ​ທີ 28 ກໍລະກົດ ນີ້​ວ່າ: ກະຊວງ​ການ​ຕ່າງປະເທດ​ນຳ​ໜ້າ​ໃນ​ການ​ນຳພາ​ປະເທດ​ຊາດ​ເຊື່ອມ​ໂຍງ​
ເຂົ້າ​ກັບ​ພາກ​ພື້ນ ແລະ ສາກົນ, ພິເສດ​ແມ່ນ​ຜ່ານ​ບັນດາ​ເສົາຄ້ຳ​ປະຫວັດສາດ​ຄື​ການ​ເຂົ້າ​ຮ່ວມ ASEAN, APEC, WTO ແລະ ລົງ​ນາມ
ເຂົ້າ​ຮ່ວມ​ຂໍ້​ຕົກລົງ, ຄຳ​ໝັ້ນ​ສັນຍາ​ສາກົນ​ຫຼາຍ​ສະບັບ.

     ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ ບຸຍ​ແທັງ​ເຊີນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະເທດ ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ
ການ​ຕ່າງປະເທດ​ຍຸກ​ປະທານ​ໂຮ່​ຈີ​ມິນ: 80 ປີ​ຮັບ​ໃຊ້​ປະເທດ​ຊາດ ແລະ ປະຊາຊົນ​ຢ່າງ​ສຸດ​ໃຈ ທີ່​ໄດ້​ດຳເນີນ​ໃນ​ວັນ​ທີ 28 ກໍລະກົດ ຢູ່​ນະຄອນ
ຫຼວງ ຮ່າ​ໂນ້ຍ. ເນັ້ນ​ໜັກ​ເຖິງ​ບັນດາ​ຜົນສຳເລັດ ແລະ ການ​ປະກອບສ່ວນ​ຂອງ​ຂະແໜງການ​ຕ່າງປະເທດ ຫວຽດນາມ​ໃນ​ໄລຍະ 80 ປີຜ່ານມາ,
ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ໄດ້​ຢັ້ງຢືນ​ວ່າ: ການ​ຕ່າງ ປະເທດ​ສວມ​ບົດບາດ​ສຳຄັນ​ໃນ​ການ​ສ້າງ​ສັນຕິພາບ,
ທັບ​ມ້າງ​ການ​ປິດ​ລ້ອມ, ຂວ້ຳ​ບາດ, ເປີດ​ກວ້າງ​ສະພາບ​ການ​ຕ່າງປະເທດ​ດ້ວຍ​ແນວທາງ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ຫຼາຍ​ຝ່າຍ, ຫຼາຍ​ຮູບ​ແບບ,
ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ແລະ ພັດທະນາ. ພິເສດ, ການ​ຕ່າງປະເທດ​ເສດຖະກິດ​ໄດ້​ກາຍເປັນ​ໜ້າທີ່​ໃຈກາງ, ແມ່ນ​ກຳລັງ​ໜູນ​ສຳຄັນ​ໃຫ້​ແກ່​
ການ​ພັດທະນາ​ປະເທດ​ຊາດ.

     ຫວຽດນາມ ໄດ້​ດຶງ​ດູດ​ເງິນ​ລົງທຶນ FDI ເປັນ​ຈຳນວນ​ນັບ​ຮ້ອຍ​ຕື້ໂດ​ລາ​ສະຫະລັດ ກາຍເປັນ​ໜຶ່ງ​ໃນ 20 ປະເທດ​ທີ່​ມີ​ຂອບ​ຂະໜາດ​ການ​ຄ້າ
​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ແມ່ນ​ໜຶ່ງ​ຕາ​ໂສ້​ສຳຄັນ​ໃນ ສັນຍາ​ການ​ຄ້າ​ເສລີ 17 ສະບັບ, ຜູກ​ມັດ ຫວຽດນາມ ກັບ​ກວ່າ​​ 60 ພື້ນຖານ​ເສດຖະກິດ​ຫຼັກ​
ແຫຼ່ງ​ໃນ​ທົ່ວ​ໂລກ. ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຢ່າງ​ຈະແຈ້ງ​ຜົນສຳເລັດ​ທາງ​ດ້ານ​ການ​ຕ່າງປະເທດ​ຂອງ ຫວຽດນາມ​ໃນ 80 ປີຜ່ານມາ,
ຢັ້ງຢືນ​ບັນດາ​ການ​ປະກອບສ່ວນ​ອັນ​ຍິ່ງ​ໃຫຍ່​ນີ້​ເຂົ້າ​ການ​ພັດທະນາ ແບບ​ຍືນ​ຍົງ​ຂອງ​ປະເທດ​ຊາດ.

ແຫຼ່ງທີ່ມາ: ຂກທ
ວັນທີ 31/07/2025