
ສະຫຼຸບວຽກງານປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ ປະຈຳປີ 2024-2025

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 31/03/2026
ໃນວັນທີ 31 ມີນາ 2026 ນີ້, ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນເສັ້ນທາງ
ລົດໄຟ ລາວ-ຈີນ ປະຈຳປີ 2024-2025, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ຄະນະກອງບັນຊາການທະຫານນະຄອນຫຼວງ, ແຂວງ
ບໍລິຄໍາໄຊ, ຫຼວງນໍ້າທາ, ຫຼວງພະບາງ, ບໍລິສັດເສັ້ນທາງລົດໄຟ ລາວ-ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ກົມພັນ ຈັນທະວົງ ຮອງຫົວໜ້າກົມສູ້ຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຄືນຕະຫຼອດໄລຍະ 2 ປີ
ຜ່ານມາ ຄະນະຮັບຜິດຊອບປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ຄະນະນໍາກະຊວງປ້ອງກັນປະເທດ ຮັກສາໄດ້ວຽກງານປ້ອງກັນຮັກສາ
ຄວາມສະຫງົບ, ນໍາໃຊ້ກໍາລັງ, ພາຫະນະເຂົ້າເຮັດໜ້າທີ່ປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງລົດໄຟ ລາວ-ຈີນ, ເຊື່ອມ
ຊຶມໃຫ້ພະນັກງານ-ນັກຮົບ, ບັນດາກົມກອງ-ທ້ອງຖິ່ນ ທີ່ຈະເຂົ້າເຮັດໜ້າທີ່ປ້ອງກັນ ແຕ່ລະພາກສ່ວນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂໍ້ສະ
ດວກ, ຂໍ້ຫຍຸ້ງຍາກ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ ໃນການຈັດຕັ້ງປ້ອງກັນ, ເຫັນວ່າຜ່ານການເຄື່ອນໄຫວປ້ອງກັນ ຕະຫຼອດ
ໄລຍະຜ່ານມາພະນັກງານ-ນັກຮົບ ແມ່ນມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ, ສະກັດກັ້ນ ແລະ ທັບມ້າງກົນອຸບາຍທໍາ
ລາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີທີ່ມີແຜນການເຄື່ອນໄຫວສ້າງຄວາມບໍ່ສະຫງົບຕາມແລວເສັ້ນທາງລົດໄຟ ລາວ
-ຈີນ ຮັກສາໄດ້ຄວາມ ສະຫງົບປອດໄພ ແລະ ສຳເລັດໜ້າທີ່ຕາມຄາດໝາຍທີ່ໄດ້ກຳນົດ, ບັນດາກົມກອງກຳລັງທ້ອງຖິ່ນ ທີ່ເຂົ້າຮ່ວມ
ເຮັດໜ້າທີ່ປ້ອງກັນໄດ້ເປັນເຈົ້າການແຕ່ຫົວທີ, ມີລະບຽບແບບແຜນ, ມີສະຕິກຽມພ້ອມສູ້ຮົບເຂັ້ມງວດ, ມີຄວາມຫ້າວຫັນ, ມີນໍ້າໃຈ
ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ສະແດງອອກການປ້ອງກັນເວນຍາມທັງກາງເວັນ ແລະ ກາງຄືນ, ເສັ້ນທາງເຄື່ອນໄຫວ
ປ້ອງກັນຕາມແລວເສັ້ນທາງ ເຂົ້າ-ອອກ ປ້ອມປ້ອງກັນ, ຕັ້ງໜ້າເປັນເຈົ້າການຕິດຕາມກຳແໜ້ນແກ້ໄຂສະພາບການວ່ອງໄວທັນກັບເຫດ
ການເກີດຂຶ້ນ ເຮັດໃຫ້ການປ້ອງກັນຂອບເຂດຮັບຜິດຊອບມີຄວາມສະຫງົບ ປອດໄພ, ກໍາລັງທີ່ເຮັດໜ້າທີ່ປ້ອງກັນໄດ້ມີການຈັດຕັ້ງຢ່າງ
ເປັນລະບົບຄົບຊຸດ, ມີຄະນະຊີ້ນໍາ ແລະ ບັນດາອະນຸກຳມະການຊ່ວຍວຽກຕ່າງໆ ລວມທັງອົງການ ແລະ ກົມກອງ-ທ້ອງຖິ່ນເຊິ່ງໄດ້ເອົາໃຈ
ໃສ່ລົງຊີ້ນໍາກວດກາກໍາລັງເປັນປົກກະຕິ, ໃກ້ຊິດຕິດແທດກັບກໍາລັງທີ່ເຮັດໜ້າທີ່ຢູ່ບັນດາຈຸດຕ່າງໆ, ຜູ້ບັນຊາກຳລັງຢູ່ບັນດາຈຸດປ້ອງກັນ
ໄດ້ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ, ການປະສານສົມທົບແໜ້ນລະຫວ່າງກຳລັງ ປກຊ-ປກສ, ປະສານງານກັບກະຊວງປ້ອງກັນ
ຄວາມສະຫງົບ, ບໍລິສັດ ບໍລິການຮັກສາຄວາມປອດໄພ ສາກົນ, ກະຊວງປ້ອງ ກັນຄວາມສະຫງົບ, ບໍລິສັດ ຮັກສາຄວາມປອດໄພຂອງ
ສປ ຈີນ, ກຳລັງບໍລິສັດ ລປພ ຮັກສາຄວາມປອດໄພ ໃນການຈັດຕັ້ງ ເຄື່ອນໄຫວປ້ອງກັນມີຄວາມເປັນເອກະພາບບົນພື້ນຖານຄວາມ
ສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ບັນລຸໄດ້ຕາມຄາດໝາຍທີ່ໄດ້ການົດໄວ້, ປະສານແກ້ໄຂເຫດການລັກວັດຖຸ, ອຸປະກອນເສັ້ນທາງ
ລົດໄຟ ເປັນຕົ້ນການລັກນ໋ອດ ຈັບລາງທາງລົດໄຟ, ເຫດການລັກນ໋ອດຈັບຝາປ້ອງກັນຄວາມປອດໄພທາງລົດໄຟ ແລະ ເຫດການກໍ່
ຄວາມບໍ່ສະຫງົບຂອງກຸ່ມຄົນບໍ່ດີ ຂອບເຂດ ຕ່າງໆ ທີ່ໃກ້ຊິດຕິດແທດກັບເສັ້ນທາງລົດໄຟ ລາວ-ຈີນ, ບັນດາກົມກອງ-ທ້ອງຖິ່ນ ໄດ້ເພີ່ມ
ທະວີການເຄື່ອນໄຫວລາດຕະເວນປ້ອງກັນຂອບເຂດ ຮັບຜິດຊອບຂອງກົມກອງໃນງານບຸນເທດສະການ, ວັນສໍາຄັນຂອງຊາດ ແລະ ບັນ
ດາແຈ້ງການຂອງ ບໍລິສັດ ເສັ້ນທາງລົດໄຟ ລາວ-ຈີນ, ສົມທົບກົມກອງ-ທ້ອງຖິ່ນ ຊີ້ນໍາກວດກາກໍາລັງປ້ອງກັນທາງລົດໄຟ, ກວດກາສໍາ
ຫຼວດເຮືອນນອນ (ປ້ອມປ້ອງກັນ) ຂົວ, ເສັ້ນທາງເຂົ້າ-ອອກ ຫາປ້ອມປ້ອງກັນເສັ້ນທາງລົດໄຟ ທີ່ເປ່ເພ ແລະ ອື່ນໆ. ການດຳລົງຊີວິດຂອງ
ປະຊາຊົນຢູ່ລຽບຕາມແລວເສັ້ນທາງລົດໄຟພື້ນຖານມີຄວາມສະຫງົບ, ປະຊາຊົນບັນດາເຜົ່າສ່ວນຫຼາຍໄດ້ ປະກອບສ່ວນເຂົ້າໃນວຽກງານ
ປກຊ - ປກສ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບປອດໄພຕາມແລວ ເສັ້ນທາງລົດໄຟ ລາວ-ຈີນ, ປະຊາຊົນສ່ວນຫຼາຍໄດ້ເຊື່ອມ
ຊຶມເຂົ້າໃຈຢ່າງຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່, ໄດ້
ປຸກລະດົມທົ່ວປວງຊົນເຂົ້າຮ່ວມການປ້ອງກັນຢ່າງເປັນຂະບວນກວ້າງຂວາງຟົດຟື້ນ, ອໍານາດການປົກຄອງທ້ອງຖິ່ນທີ່ຢູ່ລຽບຕາມແລວເສັ້ນ
ທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນຢ່າງຕັ້ງໜ້າຕໍ່ວຽກງານ ປກຊ-ປກສ ຮັກສາຄວາມສະຫງົບຂອບເຂດທ້ອງຖິ່ນຂອງຕົນ. ນອກນີ້, ອໍາ
ນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ບັນດາເຜົ່າຍັງໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອທາງດ້ານວັດຖຸເປັນຕົ້ນ: ອາຫານການກິນ ແລະ ອື່ນໆ.
ໃນພິທີ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບປະຈຳປີ 2024-2025 ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນ
ຄົບຖ້ວນ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 01/04/2026