ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ມອບປຶ້ມລວບລວມບັ້ນຕີ
ສະໄໝສົງຄາມປົດປ່ອຍຊາດ ໃຫ້ 2 ວິທະຍາຄານ


ສະຫາຍ ພົນຈັດຕະວາ ໄຊອຸດອນ ສຸພິດາ ຮອງອຳນວຍການ, ຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ວປກ
ແລະສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວສ-ປສ ການທະຫານ

     ວັນທີ 28 ສິງຫາ 2026 ນີ້, ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ມອບປຶ້ມລວບລວມບັ້ນຕີ ສະໄໝສົງຄາມປົດປ່ອຍຊາດ ແລະ
ປົກປັກຮັກສາພັດທະນາປະເທດຊາດ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ (1949-2000) ໃຫ້ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ (ວປກ)
ແລະ ວິທະຍາຄານການແພດກອງທັບ, ໂດຍການມອບ ຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມ ວສ-ປສ ການທະຫານ ແລະ ຕາງໜ້າ
ກ່າວຮັບ ຂອງສະຫາຍ ພົນຈັດຕະວາ ໄຊອຸດອນ ສຸພິດາ ຮອງອຳນວຍການ, ຫົວໜ້າກົມຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ ວປກ ພ້ອມດ້ວຍພາກ
ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ຈຸດປະສົງໃນການມອບປື້ມຄັ້ງນີ້ ແມ່ນປະຕິບັດຕາມແຜນການແຈກຍາຍ ຂອງກົມ ວສ-ປສ ການທະຫານ ຕາມແຜນການຈັດພິມ ແລະ ແຈກຍາຍຂໍ້ມູນ
ໃຫ້ບັນດາ ຫ້ອງສະໝຸດ ທີ່ຍັງຂາດບັນດາປຶ້ມລວບລວມບັ້ນຕີສະໄໝສົງຄາມປົດປ່ອຍຊາດ ແລະ ປົກປັກຮັກສາພັດທະນາປະເທດຊາດຂອງກອງທັບ ແລະ ປະ
ຊາຊົນບັນດາເຜົ່າ (1949-2000) ເພື່ອຮັບໃຊ້ເຂົ້າໃນການອ່ານ ແລະ ຄົ້ນຄວ້າ ຂອງພະນັກງານ, ຄູ- ອາຈານ, ນັກຮຽນ-ນັກສຶກສາທີ່ມາສຶກສາຮໍ່າຮຽນຢູ່ບັນດາ
ວິທະຍາຄານກອງທັບ ໃຫ້ມີຂໍ້ມູນໃນການຂຽນບົດນິພົນຈົບຊັ້ນຂອງຕົນໃຫ້ຖືກຕ້ອງຕາມຂໍ້ມູນຕົວຈິງ. ດັ່ງນັ້ນ, ຄະນະພັກ-ຄະນະບັນຊາ ກົມ ວສ-ປສ ການທະ
ຫານ ຈຶ່ງໄດ້ຕົກລົງ ຊ່ວຍເຫຼືອປຶ້ມທີ່ຈຳເປັນຈຳນວນໜຶ່ງ, ປຶ້ມດັ່ງກ່າວປະກອບມີເນື້ອໃນລວມ 45 ບັ້ນຕີ, ມີ 1.119 ໜ້າ ມອບໃຫ້ບັນດາວິທະຍາຄານລະ 2 ຫົວ
ລວມມູນຄ່າ 12.000.000 ລ້ານກີບ.

ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 01/09/2026