ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ


ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ
ກອງທັບ ເປັນປະທານ ຄັ້ງວັນທີ 30/10/2026

     ພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ (1 ຕຸລາ 1961-1 ຕຸລາ 2026) ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2026 ນີ້,
ຢູ່ທີ່ ກອງພັນໃຫຍ່ 661, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາກົມ, ກອງ, ມີວິລະຊົນແຫ່ງຊາດ, ນັກ
ຮົບແຂ່ງຂັນ, ພະນັກງານບຳນານ, ແຂກຖືກເຊີນ, ພະນັກງານ-ນັກຮົບ, ອຳນາດການປົກຄອງ ຕາແສງ, ບ້ານ ແລະ ປະຊາຊົນອ້ອມຂ້າງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮັກສາການ ຫົວໜ້າກົມລົດຕັງ-ຍານເກາະ ໄດ້ເລົ່າຄືນມູນເຊື້ອອັນສະຫງ່າອົງອາດ ຂອງເຫຼົ່າຮົບລົດຕັງ-ຍານເກາະ
ແມ່ນໜຶ່ງໃນກຳລັງ
ປະກອບອາວຸດ ຂອງກອງທັບປະຊາຊົນລາວ ໃຕ້ການນຳພາ-ຊີ້ນໍາ ໂດຍກົງຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ, ເປັນພາຫະນະອັນ
ແຫຼມຄົມ ຂອງພັກ ໃນການດຳເນີນພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຍ້ອນຄວາມຮຽກຮ້ອງຕ້ອງ
ການ ຂອງປະເທດຊາດ ແລະ ຂະບວນການຕໍ່ສູ້ ຂອງປະຊາຊົນບັນດາເຜົ່າ ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໂດຍພາຍ
ໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ກ່ອນໜ້ານີ້ ຄື ວັນທີ 1 ຕຸລາ 1961 ເຫຼົ່າຮົບລົດຕັງ-ຍານເກາະ ກອງທັບ
ປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຢູ່ທີ່ເຂດຄັງໄຂ ທົ່ງໄຫຫີນ ແຂວງຊຽງຂວາງ. ສ້າງຕັ້ງເປັນກອງຮ້ອຍ 161 ເຊິ່ງເປັນກົມກອງທໍາອິດ ຂອງ
ເຫຼົ່າຮົບລົດຕັງ-ຍານເກາະ ໄດ້ເຮັດໜ້າທີ່ຕາມການມອບໝາຍ ຂອງພັກ ຢ່າງສົມກຽດ ເຖິງວ່າກຳລັງຍັງອ່ອນນ້ອຍ, ແຕ່ຍ້ອນນໍ້າໃຈຮັກຊາດອັນສູງສົ່ງ ຂອງນັກ
ຮົບປະຕິວັດ, ພະນັກງານ-ນັກຮົບ ເຫຼົ່າຮົບລົດຕັງ-ຍານເກາະ ໄດ້ອອກແຮງແຂ່ງຂັນ ເປັນເຈົ້າການເຄື່ອນໄຫວຕີສັດຕູຢູ່ທຸກສະໜາມຮົບຢ່າງພິລະອາດຫານ, ທັງ
ສູ້ຮົບ ທັງກໍ່ສ້າງກຳລັງໄປພ້ອມໆ ກັນ, ຍິ່ງສູ້ຮົບຫຼາຍທໍ່ໃດ ກຳລັງກໍຍິ່ງເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຈາກພຶດຕິກໍາທາງການເຄື່ອນໄຫວສູ້ຮົບ ເຊິ່ງໃນເບື້ອງຕົ້ນ
ກໍາລັງ ຂອງພວກເຮົາ ມີບໍ່ເທົ່າໃດຄົນ, ການປະກອບພາຫະນະບໍ່ຫຼວງຫຼາຍ ແຕ່ພາຍໃຕ້ການນຳພາ ຂອງພັກ ເຫຼົ່າຮົບລົດຕັງ-ຍານເກາະ ໄດ້ຮັບການກໍ່ສ້າງ ແລະ
ປັບປຸງໃຫ້ເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມອົງອາດກ້າຫານບໍ່ຫວັ່ນໄຫວຄອນແຄນ ຕໍ່ຄວາມລໍາບາກທຸລະ
ກັນດານໃດໆ. ຍິ່ງສູ້ຮົບຫຼາຍເທົ່າໃດ ກໍຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ສາມາດຕີເອົາຊະນະສັດຕູ ໄດ້ຮັບໄຊຊະນະເປັນກ້າວໆ. ມາຮອດໄລຍະປົກປັກຮັກສາ ແລະ
ສ້າງສາພັດທະນາ ປະເທດຊາດ ເຫຼົ່າຮົບລົດຕັງ-ຍານເກາະ ໄດ້ບູລະນະ ແລະ ພັດທະນາ ກຳລັງ-ພາຫະນະ ຂຶ້ນເປັນກ້າວໆ ສ້າງຕັ້ງພະແນກລົດຕັງ-ຍານເກາະຢູ່
5 ກອງພົນ ແລະ 6 ກອງບັນຊາການທະຫານແຂວງ, 6 ກອງພັນ, 2 ກອງຮ້ອຍ ແລະ 7 ໝວດຍານເກາະ ໃຫ້ບັນດາກອງພົນ ແລະ ກອງບັນຊາການທະ
ຫານ
ແຂວງໃນທົ່ວປະເທດ, ປະກາດການສ້າງຕັ້ງສູນເຝິກ ລົດຕັງ-ຍານເກາະ 620 ແລະ ໃນປີ 2015 ໄດ້ສ້າງຕັ້ງກອງພັນໃຫຍ່ 661 ຂຶ້ນ ແລະ ປີ 2016ໄດ້ສ້າງຕັ້ງ
6 ຄະນະວິຊາຄູລົດຕັງ-ຍານເກາະ ຂຶ້ນກັບ 4 ວິທະຍາຄານ ແລະ 2 ໂຮງຮຽນ, ສ້າງຕັ້ງ 2 ກອງພັນຍານເກາະ ຂຶ້ນກັບກອງພັນໃຫຍ່ 11, ສ້າງຕັ້ງ1 ກອງຮ້ອຍ
ຫຸ້ມເກາະ ຂຶ້ນກັບ ກອງພັນ 793 ກອງພັນໃຫຍ່ 279. ຈາກຜົນງານດັ່ງກ່າວ, ເຫຼົ່າຮົບລົດຕັງ-ຍານເກາະ ໄດ້ຮັບນະໂຍບາຍ ຈາກຂັ້ນເທິງຄື:ກອງຮ້ອຍລົດຕັງ
161 ໄດ້ຮັບນາມມະຍົດເປັນກອງຮ້ອຍວິລະຊົນ ແລະ ບຸກຄົນ ທົ່ວເຫຼົ່າຮົບລົດຕັງ-ຍານເກາະ ໄດ້ຮັບການຄັດເລືອກໃຫ້ເປັນ ວິລະຊົນແຫ່່ງຊາດ 1 ສະຫາຍ,
ນັກຮົບແຂ່ງຂັນ 11 ສະຫາຍ, ໄດ້ຮັບການຍ້ອງຍໍປະເພດຕ່າງໆ ຢ່າງຫຼວງຫຼາຍ ຄື: ຫຼຽນໄຊອິດສະຫຼະ ຊັ້ນ I ຈໍານວນ 2 ໜ່ວຍ,ຫຼຽນໄຊອິດສະຫຼະ ຊັ້ນ II
ຈໍານວນ 4 ໜ່ວຍ,ຫຼຽນໄຊພິລະອາດຫານ ຊັ້ນ I ຈໍານວນ 1 ໜ່ວຍ, ຫຼຽນໄຊ ລະອາດຫານ ຊັ້ນ II ຈໍານວນ 16 ໜ່ວຍ,ຫຼຽນໄຊພິລະອາດຫານ ຊັ້ນ III
ຈໍານວນ 33 ໜ່ວຍ, ຫຼຽນໄຊ ຊະນະເລີດ 5 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 17 ໜ່ວຍ, ຫຼຽນໄຊ
ແຮງງານ ຊັ້ນ III ຈໍານວນ 35 ໜ່ວຍ, ຫຼຽນກາແຮງງານ 40 ໜ່ວຍ, ໃບຍ້ອງຍໍ ທັງໝົດ 4.172 ໃບ. ຈາກນັ້ນ, ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ ຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານ ຊັ້ນ II, ຊັ້ນ III ແລະ ໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ແກ່ກົມກອງລວມໝູ່ ເຫຼົ່າຮົບ
ລົດຕັງ-ຍານເກາະ ໃນນີ້, ປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ແກ່ກົມກອງລວມໝູ່ ຈຳນວນ 6 ກົມກອງ, ປະດັບຫຼຽນໄຊພິລະອາດຫານ ຊັ້ນ III
ໃຫ້ແກ່ກົມກອງ ລວມໝູ່ ຈຳນວນ 23 ກົມກອງ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ແກ່ກົມກອງລວມໝູ່ ຈໍານວນ 13 ກົມກອງ.

     ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງເຫຼົ່າຮົບລົດຕັງ-ຍານເກາະ ໃນໄລຍະ 65 ປີຜ່ານມາ.
ພ້ອມທັງ, ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີລະບຽບແບບແຜນນໍາພາ-ຊີ້ນໍາ,
ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງ
ຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານ, ຮັກສາໄດ້ມູນເຊື້ອອັນດີງາມ ແລະ ຕັ້ງໜ້າປັບປຸງກໍ່ສ້າງເຫຼົ່າຮົບຊ່າງແສງໃຫ້
ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບຊົມການເດີນຂະບວນສະໜາມ ຂອງບັນດາກົມກອງເຫຼົ່າຮົບລົດ
ຕັງ-ຍານເກາະ, ກ້ອນກຳລັງນ້ອງນັກຮຽນ ແລະ ຮັບຊົມການສະແດງສີລະປະ-ວັນຄະດີ ຢ່າງຄືກຄື້ນ, ມ່ວນຊື່ນ ເຕັມໄປດ້ວຍຄວາມໝາຍສຳຄັນ ທີ່ກ່ຽວ
ພັນກັບການເຕີບໃຫຍ່ຂະຫຍາຍ ຂອງເຫຼົ່າຮົບລົດຕັງ-ຍານເກາະ.

ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ+ຈອນນີ້
ວັນທີ 02/11/2026