
ກະຊວງປ້ອງກັນປະເທດ ຈັດກອງປະຊຸມແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຈັດຕັ້ງ
ເຊື່ອມຊຶມມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ

ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນທີ 2 ມິຖຸນາ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະຈັດຕັ້ງເຊື່ອມຊຶມມະຕິ
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງໃນກໍາລັງຫຼວງ ຢູ່ຂັ້ນກະຊວງປ້ອງກັນປະເທດ, ໂດຍ
ການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່, ຄະນະຊີ້ນໍາລວມ, ອານຸກຳມະການ ແລະ ພາກ
ສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກ ກະຊວງ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການ
ເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ຄະນະຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII
ຂອງພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງໃນກຳລັງຫຼວງ ຂັ້ນກະຊວງປ້ອງກັນປະເທດ, ທັງນີ້ ກໍເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ
ມະຕິຂອງພັກ ເຂົ້າສູ່ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເລິກເຊິ່ງ, ເປັນເອກະພາບສູງໃນທົ່ວກອງທັບ. ອີງ
ຕາມຂໍ້ຕົກລົງສະບັບດັ່ງກ່າວ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕົກລົງ ແຕ່ງຕັ້ງຄະນະຊີ້ນໍາລວມປະກອບມີ ບັນດາສະຫາຍ ຄື: ແຕ່ງ
ຕັ້ງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຫົວໜ້າຄະ
ນະ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນຮອງຄະ
ນະ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເປັນຄະນະ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວ
ໜ້າກົມໃຫຍ່ພະລາທິການກອງທັບ ເປັນຄະນະ, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນຄະນະ. ພ້ອມ
ດຽວກັນນີ້, ຍັງໄດ້ແຕ່ງຕັ້ງອານຸກຳມະການເນື້ອໃນ ຈຳນວນ 7 ສະຫາຍ, ອານຸກຳມະການບຸກ ຄະລາກອນ ຈໍານວນ 8 ສະຫາຍ ແລະ ບັນດາ
ອານຸກໍາມະການທີ່ກ່ຽວຂ້ອງ ເພື່ອຮັບພິຊອບຈັກຕັ້ງປະຕິບັດວຽກງານຕາມພາລະບົດບາດຢ່າງມີປະສິດທິຜົນສູງ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ເນັ້ນໜັກໃຫ້ຄະນະຊີ້ນໍາລວມ, ບັນດາອານຸ ກຳມະການທຸກພາກສ່ວນ ທີ່ຮັບຜິດ
ຊອບວຽກງານດັ່ງກ່າວ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບທາງການເມືອງຂອງຕົນ, ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເນື້ອໃນຈິດໃຈຮູບການ ແລະ
ວິທີການຈັດຕັ້ງເຊື່ອມຊຶມ ໃຫ້ມີຄວາມເລິກເຊິ່ງ, ແທດເຖິງກັບຕົວຈິງ, ມີຜົນສໍາເລັດຢ່າງຈົບງາມ, ແນໃສ່ເຮັດໃຫ້ພະນັກງານຫຼັກແຫຼ່ງທົ່ວ
ກອງທັບ ຫັນປ່ຽນທາງດ້ານຈິນຕະນາການ, ຍົກສູງສະຕິລະວັງຕົວ, ສະກັດກັ້ນທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກຳລັງປໍລະປັກ, ພ້ອມ
ກັນສຸມສະຕິປັນຍາເຂົ້າໃນການປັບປຸງກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ທັນສະໄໝ ແລະ ສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ
ປະຊາຊົນມອບໝາຍໃຫ້.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 03/06/2026