ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທະຫານຊາຍແດນ 712 ປິດສົກຮຽນ 2025-2026


ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ກຳມະການຄະນະພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 30 ກໍລະກົດ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ຈັດພິທີ ປິດຊຸດຮຽນ ປະຈໍາສົກຮຽນ 2025-2026 ໃຫ້ນັກຮຽນ
ກໍ່ສ້າງນາຍທະຫານ ຊັ້ນກາງ ສາຂາຄຸ້ມຄອງຊາຍແດນ ຊຸດທີ III, ກໍ່ສ້າງນາຍສິບຄຸ້ມຄອງຊາຍແດນ ຊຸດທີ VIII, ກໍ່ສ້າງນາຍສິບສືບຂ່າວຊາຍ
ແດນ ຊຸດທີ III ແລະ ບໍາລຸງສືບຂ່າວຊາຍແດນ ໄລຍະສັ້ນ ຊຸດທີ I, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະ
ເສີດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ພະ
ນັກງານຄູ-ອາຈານ, ແຂກຖືກເຊີນ ແລະ ນັກຮຽນ ເຂົ້າຮ່ວມ.

     ສະຫາຍ ພັນໂທ ກອງມີ ໄຊຍະຫວັດ ຫົວໜ້າພະແນກອົບຮົມ-ກໍ່ສ້າງ ໂຮງຮຽນທະຫານຊາຍແດນ 712 ໄດ້ຜ່ານບົດສະຫຼຸບ ການອົບ
ຮົມ-ກໍ່ສ້າງ ນັກຮຽນ ປະຈຳສົກຮຽນ 2025-2026, ເຊິ່ງມີຈໍານວນນັກຮຽນທັງໝົດ 222 ສະຫາຍ ໃນນີ້, ກໍ່ສ້າງນາຍທະຫານຊັ້ນກາງ ສາ
ຂາຄຸ້ມຄອງຊາຍແດນ 80 ສະຫາຍ, ກໍ່ສ້າງນາຍສິບຄຸ້ມຄອງຊາຍແດນ 72 ສະຫາຍ, ກໍ່ສ້າງນາຍສິບສືບຂ່າວຊາຍແດນ 40 ສະຫາຍ ແລະ
ບຳລຸງສືບຂ່າວຊາຍແດນ ໄລຍະສັ້ນ 30 ສະຫາຍ. ຕະຫຼອດໄລຍະການສຶກສາ-ຮໍ່າຮຽນ ນັກຮຽນ ໄດ້ເປັນເຈົ້າການເຝິກຝົນຫຼໍ່ຫຼອມຕົນເອງ
ຢ່າງຕັ້ງໜ້າ, ຫ້າວຫັນປະຕິບັດໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮໍ່າຮຽນຢ່າງເປັນລະບົບ, ສາມາດ
ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບບົດຮຽນທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ສາມາດປະເມີນຜົນໄດ້ຮັບໃນການຈັດຕັ້ງເຝິກ
ແອບຮ່ຳຮຽນ ນັກຮຽນ ມີຄວາມເຂົ້າໃຈລະດັບ 85% ຂຶ້ນໄປ ແລະ ຮັບປະກັນຄວາມສະຫງົບປອດໄພ 100%. ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງ
ວ່າດ້ວຍການເລື່ອນຊັ້ນ ແລະ ປະດັບທຽບຊັ້ນ ໃຫ້ນັກຮຽນຈຳນວນໜຶ່ງຕື່ມອີກ.

     ໃນນີ້, ປະດັບຊັ້ນຮ້ອຍຕີ 11 ສະຫາຍ, ເລື່ອນຊັ້ນສິບເອກຂຶ້ນວາທີ 6 ສະຫາຍ, ສິບໂທຂຶ້ນສິບເອກ 7 ສະຫາຍ ແລະ ປະດັບຊັ້ນສິບຕີຂຶ້ນ
ສິບເອກ 78 ສະຫາຍ. ຈາກນັ້ນ, ກໍໄດ້ຈັດຕັ້ງມອບໃບປະກາສະນີຍະບັດ ໃຫ້ນັກຮຽນແຕ່ລະສະຫາຍ ຢ່າງສົມກຽດ.

ແຫຼ່ງຂ່າວໂດຍ ດາຫວັນ ໄຊຍະວົງ
ວັນທີ 03/08/2026