
ມອບ-ຮັບ ໂຄງການກໍ່ສ້າງເຮືອນພັກພະນັກງານ  ແລະ ສ້ອມແປງ,
  ປັບປຸງສະໂມສອນກົມໃຫຍ່ເສນາທິການກອງທັບ

  
      ພິທີ ມອບ-ຮັບ ໂຄງການກໍ່ສ້າງເຮືອນພັກພະນັກງານ ແລະ ສ້ອມແປງ, ປັບປຸງສະໂມສອນກົມໃຫຍ່ເສນາທິການກອງທັບ
  
    ໃນວັນທີ  29 ພະຈິກ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງເຮືອນພັກພະນັກງານ  ບ້ານດົງ
    ປ່າແຫຼບ, ເມືອງ ຈັນທະບູລີ  ນະຄອນຫຼວງວຽງຈັນ ແລະ ສ້ອມແປງ, ປັບປຸງສະໂມສອນກົມໃຫຍ່ເສນາທິການກອງທັບ, ໂດຍການເຂົ້າຮ່ວມ
    ເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ  ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
    ໃຫຍ່ເສນາທິການກອງທັບ, ມີທ່ານ ອຸໄທ ພູມາລາວົງ ບໍລິສັດສະຫວັນໄຊກໍສ້າງ, ທ່ານ ຕຽງຄຳ ສອນຊ້າຍ ບໍລິສັດໂຊກໄຊປະຊາກໍ່ສ້າງ, ມີ
    ຄະນະພັກ-ຄະນະບັນຊາ ກົມໃຫຍ່ເສນາທິການ, ກົມ ແລະ ຫ້ອງການ ເຂົ້າຮ່ວມ.
     ໂອກາດນີ້, ທ່ານ  ຕຽງຄຳ ສອນຊ້າຍ ບໍລິສັດໂຊກໄຊປະຊາກໍ່ສ້າງ ກໍໄດ້ກ່າວມອບໂຄງການກໍ່ສ້າງເຮືອນພັກພະນັກງານດົງປ່າແລບ  ແລະ
    ທ່ານ ອຸໄທ ພູມາລາວົງ ບໍລິສັດສະຫວັນໄຊກໍສ້າງ  ໄດ້ກ່າວມອບໂຄງການສ້ອມແປງສະໂມສອນກົມໃຫ່ຍເສນາທິການກອງທັບ, ໂດຍກ່າວຮັບ
  ຂອງ ສະຫາຍ ພັນເອກ ສີສະຫງຽມ ອຸດົມ  ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ,  ໃນນີ້ສຳລັບໂຄງການກໍ່ສ້າງເຮືອນພັກ
  ພະນັກງານດົງປ່າແລບ  ປະກອບມີເຮືອນສອງຊັ້ນ 04 ຫ້ອງ ແລະ ເຮືອນຊັ້ນດຽວ 09 ຫ້ອງ ສາມາດຮອງຮັບໄດ້ 13  ຄອບຄົວ  ເລີ່ມລົງມືກໍ່ສ້າງ
  ວັນທີ 01/01/2023 ໂດຍແມ່ນບໍລິສັດຄູນໂຊກ  ຮັບເໝົາກໍ່ສ້າງ ແລະ ສາມາດປະຕິບັດໂຄງການໄດ້ພຽງ 30%  ມູນຄ່າ  1.597.728.000 ກີບ,
  ຈົນຮອດກາງເດືອນ ມີຖຸນາ 2024 ບໍລິສັດໂຊກໄຊປະຊາກໍ່ສ້າງ ຈຶ່ງໄດ້ມາສືບຕໍ່ ຜູ້ຮັບເໝົາກໍ່ສ້າງຈົນສຳເລັດ 100% ໃນວັນທີ 30/10/2024
  ໃຊ້ເວລາກໍ່ສ້າງ  06 ເດືອນ ໃນມູນຄ່າ 3.500.000.000  ກີບ  ລວມມູນຄ່າກໍ່ສ້າງເຮືອນດົງປ່າແລບທັງໝົດ 5.097.728.000  ກີບ  ແລະ
  ໂຄງການສ້ອມແປງສະໂມສອນກົມໃຫ່ຍເສນາທິການກອງທັບ ປະກອບດ້ວຍ 5 ໜ້າວຽກ ຄື: ວຽກປັບປຸງດິນຫຍ້າ, ວຽກເທເດີ່ນເບຕົງພ້ອມ
  ລົງສະແຕມ, ວຽກສ້ອມແປງຂັ້ນໃດ ດ້ານໜ້າສະໂມສອນ, ໄຟຟ້າ ແລະ ແອເຢັນ,  ວຽກສີ, ໂດຍແມ່ນບໍລິສັດສະຫວັນໄຊກໍສ້າງເປັນຜູ້ຮັບເໝົາ
  ເລີ່ມລົງມືສ້ອມແປງຕົ້ນເດືອນ 05/2024 ສຳເລັດ 01/11/2024 ໃຊ້ເວລາ 06  ເດືອນ  ລວມມູນຄ່າສ້ອມແປງທັງໝົດ 2,427,346,146 ກີບ,
  ທັງສອງໂຄງການທີ່ກ່າວມານັ້ນແມ່ນນຳໃຊ້ທຶນສະສົມປະຫຍັດຂອງກົມໃຫ່ຍເສນາທິການ.
     ໂອກາດນີ້ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ  ໄດ້ມີຄຳເຫັນເໜັນໜັກໃຫ້ພາກສ່ວນຮັບຜິດຊອບຈົ່ງພ້ອມກັນຈັດຕັ້ງປະຕິບັດໃນການ
    ປົກປັກຮັກສາ  ແລະ ນຳໃຊ້ ອາຄານສະຖານທີ່ດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ຖືກຕ້ອງຕາມຈຸດປະສົງທີ່ ຄະນະນຳກົມໃຫ່ຍວາງອອກຄື:  ແກ້
  ໄຂສະພາບດ້ານທີ່ພັກອາໃສໃຫ້ພະນັກງານ ນັກຮົບ ແລະ ປັບປຸງສະໂມສອນ ກົມໃຫ່ຍເສນາທິການໃຫ້ມີໃບໜ້າອັນໃໝ່  ສວຍງາມທັນສະໄໝ
  ເພື່ອຂ້ານັບຮັບຕ້ອນກອງປະຊຸມໃຫ່ຍຄັ້ງທີ VII ຂອງຜູ້ແທນສະມາຊິກພັກກົມໃຫ່ຍເສນາທິການ  ທີ່ຈະໄຂຂຶ້ນໃນມໍ່ໆນີ້. 
 ແຫຼ່ງຂ່າວໂດຍ ຂກທ
  ວັນທີ 03/12/2024