
ລັດຖະມົນຕີກະຊວງການເງິນພ້ອມດ້ວຍ ພັນລະຍາ
  ການນຳພັກ-ລັດລົງຢ້ຽມຢາມ ບັນດາກົມກອງ ແລະ  ປະຊາຊົນ ຢູ່ ແຂວງຫົວພັນ  

     ໃນລະຫວ່າງວັນທີ  1-2 ມັງກອນ 2024 ນີ້, ສະຫາຍ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະພັນ
    ລະຍາການນຳພັກ-ລັດ ແລະ ສະຫາຍ ພົນໂທ ວົງຄໍາ  ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,  ສະຫາຍ  ນາງ ພອນວັນ
    ອຸທະວົງ ຮອງລັດຖະມົນຕີແຜນການ ແລະ ການລົງທຶນ, ມີຄະນະຜູ້ວ່າການທະນາຄານກາງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ  ເຮັດວຽກ
    ຢູ່ ແຂວງຫົວພັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ  ຄົບຮອບ 75 ປີ (20 ມັງກອນ 1949- 20 ມັງ
    ກອນ 2024 ) ເພື່ອພົບປະໂອ້ລົມ ນາຍ ແລະ ພົນທະຫານ ແລະ  ຊຸກຍູ້ຊ່ວຍເຫຼືອ, ມອບເຄື່ອງໃຫ້ກຳລັງໃຈໃນການປະຕິບັດໜ້າທີ່  ແລະ
    ຢ້ຽມຊົມບັນດາຖານທີ່ໝັ້ນຂອງການປະຕິວັດ  ໂດຍສະເພາະສະຖານທີ່ສ້າງຕັ້ງກອງທັບປະຊາຊົນລາວ,  ພ້ອມນັ້ນ  ຄະນະຍັງໄດ້ລົງຢ້ຽມ
    ຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ມອບວັດຖຸປັດໄຈໃຫ້ປະຊາຊົນຢູ່ເຂດຈຸດສຸມ. 
     ໂອກາດດັ່ງກ່າວ, ສະຫາຍ ຄໍາແພງ ໄຊສົມແພງ ເຈົ້າແຂວງ ແຂວງຫົວພັນ  ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່
    ແຂວງຫົວພັນ ຂອງການນໍາພັກ-ລັດ  ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງຍາມໃດພັກ-ລັດກໍ່ເຫັນໄດ້ເຖິງຄວາມສຳຄັນ  ມີຄວາມເປັນຫ່ວງເປັນ
    ໄຍ, ພ້ອມທັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມຂອງແຂວງ, ວຽກງານການທ່ອງທ່ຽວ ແລະ  ການ
    ເຄື່ອນໄຫວປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນວັນທີ 1 ມັງກອນ 2024 ນີ້, ຄະນະໄດ້ລົງຢ້ຽມຢາມກອງ
    ຮ້ອຍທະຫານຊາຍແດນ 18 , ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງອຸປະກອນການກິລາ ແລະ  ມອບເງິນປະກອບສ່ວນເຂົ້າໃນ
    ການກໍ່ສ້າງປັບປຸງສະຖານທີ່ຄ້າຍຄູ ຂອງກອງຮ້ອຍທະຫານຊາຍແດນ 18 ວິລະຊົນຢູ່ຜາຖີ່ມູນຄ່າ 300.750.000 ກີບ ແລະ ຍັງໄດ້ລົງ
    ຢ້ຽມຢາມ ກອງພັນ 163 ເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ມອບເງິນ 100.000.000 ກີບ  ເພື່ອນຳໄປພັດທະນາປັບປຸງກໍ່
    ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ. 
     ໃນໂອກາດເຄື່ອນໄຫວຢ້ຽມຢາມບັນດາກົມກອງ  ແລະ ປະຊາຊົນ, ສະຫາຍ  ລັດຖະມົນຕີກະຊວງການເງິນໄດ້ສະແດງຄວາມຍ້ອງ
    ຍໍຊົມເຊີຍ ຕໍ່ການຈັດຕັ້ງທຸກຂັ້ນໃນການປະຕິບັດໜ້າທີ່ວຽກງານ  ສະເພາະແມ່ນກຳລັງປະກອບອາວຸດທີ່ເຮັດໜ້າທີ່ປົກປັກຮັກສາເຂດນໍ້າ
    ແດນດິນ ເຮັດໃຫ້ປະເທດຊາດຂອງພວກເຮົາໝັ້ນຄົງຕະຫຼອດມາ  ໂດຍສະເພາະໃນທົ່ວແຂວງຫົວພັນ ໄດ້ມີຄວາມສະຫງົບປອດໄພໂດຍ
  ພື້ນຖານ, ປະຊາຊົນ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານປົກປັກຮັກສາ ແລະ  ສ້າງສາພັດທະນາປະເທດຊາດເຮັດໃຫ້ແຂວງຫົວ
  ພັນ ມີການຂະຫຍາຍຕົວທາງດ້ານເສດຖະກິດ-ວັດທະນະທຳ-ສັງຄົມ  ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
 ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
  ວັນທີ 05/02/2024