
ກອງທັບ ລາວ-ມຽນມາ ເພີ່ມທະວີສາຍພົວພັນການຮ່ວມມື

ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຕ້ອນຮັບ ທ່ານ ພົນເອກ ແຢ ວິນ ອູ
ຜູ້ບັນຊາການທະຫານສູງສຸດ ແຫ່ງ ກອງທັບ ສສ ມຽນມາ ໃນວັນທີ 3 ພະຈິກ 2026
ວັນທີ 3 ພະຈິກ 2026 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ກອງທັບ ສສ ມຽນມາ ພ້ອມ
ດ້ວຍຄະນະ ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ທັງສອງຝ່າຍກໍໄດ້ຈັດກອງປະຊຸມພົບປະ ລະຫວ່າງ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ຜູ້
ບັນຊາການທະຫານສູງສຸດ ແຫ່ງ ກອງທັບ ສສ ມຽນມາ, ໂດຍການເປັນປະທານຮ່ວມ ຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ແລະ ທ່ານພົນເອກ ແຢ ວິນ ອູ,
ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ຕີລາຄາສູງ
ຕໍ່ຄະນະຜູ້ແທນ ແຫ່ງ ກອງທັບ ສສ ມຽນມາ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເພີ່ມທະວີສາຍພົວ
ພັນຮ່ວມມື ລະຫວ່າງ ສອງຊາດ, ສອງກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງ ສສ ມຽນມາ ທີ່ມີມູນເຊື້ອຍາວນານ ໃຫ້ນັບມື້ຮັດແໜ້ນຂຶ້ນ. ຈາກນັ້ນ, ຄະ
ນະຜູ້ແທນທັງສອງຝ່າຍ ໄດ້ປຶກສາຫາລືກັນຫຼາຍບັນຫາສໍາຄັນ ໂດຍສະເພາະ ແມ່ນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມນີ້, ຍັງໄດ້ຕີລາຄາໃນຕະຫຼອດໄລຍະ
ຜ່ານມາ ຄະນະຜູ້ແທນຂັ້ນຕ່າງໆ ຂອງສອງປະເທດ ສປປ ລາວ-ສສ ມຽນມາ ໄດ້ໄປມາຫາສູ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃຫ້ການຊ່ວຍເຫຼືອໃນດ້ານ
ຕ່າງໆ ອັນໄດ້ເຮັດໃຫ້ສາຍພົວພັນ ລະຫວ່າງ ສປປ ລາວ-ສສ ມຽນມາ ນັບມື້ນັບດີຂຶ້ນ.
ໂອກາດນີ້, ທ່ານ ພົນເອກ ແຢ ວິນ ອູ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ພົນໂທ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ,
ພ້ອມທັງ ປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນຢ່າງກົງໄປກົງມາ. ການພົບປະຄັ້ງນີ້, ນອກຈາກເປັນເວທີປຶກສາຫາລືວຽກງານອັນສໍາຄັນ ຂອງສອງກອງທັບ
ແລ້ວ ຍັງເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ການຮ່ວມມືໃນດ້ານຕ່າງໆ ຂອງ ສປປ ລາວ-ສສ ມຽນມາ ໃຫ້ຈະເລີນງອກງາມ
ແລະ ໝັ້ນຄົງຕະຫຼອດໄປ. ຈາກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນໂລໂກ້ ແລະ ມອບຂອງຂວັນທີ່ລະນຶກໃຫ້ກັນອີກດ້ວຍ.
ແຫຼ່ງຂ່າວໂດຍ ແສງເດືອນ
ວັນທີ 05/11/2026