ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ຂອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ

     ໃນຕອນບ່າຍ ວັນທີ 5 ສິງຫາ 2026 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກໍາມະການກົມການ
ເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ
ເຂົ້າຢ້ຽມຂໍ່ານັບ ຂອງສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ
ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

     ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ
ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການ
ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະ
ຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບເຕີບໃຫຍ່ຂະ
ຫຍາຍຕົວຍິ່ງໆ ຂຶ້ນ.

     ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານໝາກຜົນ ຂອງການພົບປະກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃຫ້
ຮັບຊາບຕື່ມອີກ.

ແຫຼ່ງຂ່າວໂດຍ ແສງເດືອນ
ວັນທີ 06/08/2026