ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການກອງທັບ ໂອ້ລົມຄະນະເຝິກຊ້ອມ ຊ່ວຍເຫຼືອ ດ້ານມະນຸດ
ສະທຳ ແລະ ການບໍລິການດ້ານການແພດ ກອງທັບ ລາວ-ຈີນ


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ  ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ​ເປັນ​ປະທານ

     ວັນທີ 6 ກັນຍາ 2026 ນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ  ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນຳລວມວຽກ
ງານການເຝິກຊ້ອມ ຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການບໍລິການດ້ານການແພດ ”ຂະບວນລົດໄຟສັນຕິພາບ 2026” ໄດ້ໂອ້ລົມຄະນະເຝິກຊ້ອມ ພ້ອມ
ທັງກວດກາສະຖານທີ່ພັກ, ສະໜາມເຝິກຊ້ອມ ແລະ ຊີ້ນໍາວຽກງານຮັບປະກັນການກິນຢູ່, ມີຄະນະຊີ້ນໍາ, ບັນດາຄະນະອະນຸກຳມະການ, ຄູເຝິກ ແລະ ກໍາ
ລັງຫັດແອບເຝິກຊ້ອມ ເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາອະນຸກຳມະການ ໃນການຮັບປະກັນວຽກງານ ເຊິ່ງ ມາຮອດປັດ
ຈຸບັນ ວຽກງານດ້ານຕ່າງໆ ມີຄວາມພ້ອມ 100%, ວຽກງານຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດ ມີຄວາມສຳຄັນໃນການຮ່ວມມື
ລະຫວ່າງ ສອງກອງທັບ ລາວ-ຈີນ ເຊິ່ງການເຝິກຊ້ອມຄັ້ງນີ້ ຈະເປັນໂອກາດໃຫ້ບຸກຄະລາກອນການແພດທັງສອງຝ່າຍ ໄດ້ແລກປ່ຽນບົດຮຽນ, ປະສົບການ
ແລະ ວິຊາການ, ພ້ອມທັງຍົກສູງຄວາມສາມາດໃນການຮ່ວມມືດ້ານການແພດ ຂອງສອງກອງທັບ ລາວ-ຈີນ ແລະ ເນັ້ນໜັກໃຫ້ທຸກພາກສ່ວນ ຕ້ອງເພີ່ມທະ
ວີຄວາມຮັບຜິດຊອບ ແລະ ຄວາມພ້ອມ ຖືເອົາການເຝິກຊ້ອມຄັ້ງນີ້ ຄືກັນກັບສະພາບການຕົວຈິງ, ມີຄວາມຊໍານິຊໍານານ ວ່ອງໄວ, ທ່ວງທັນກັບເວລາ ແລະ
ຄວາມຖືກຕ້ອງໃນການດໍາເນີນງານ ແມ່ນສິ່ງຕັດສິນຄວາມປອດໄພ ຂອງຜູ້ປະສົບໄພ ແລະ ຮັບປະກັນຄວາມປອດໄພໃນການເຝິກຊ້ອມ, ເພີ່ມທະວີການປະ
ສານງານ, ການຮ່ວມມື ແລະ ການສື່ສານ ແຕ່ລະພາກສ່ວນ ໃຫ້ມີຄວາມກົມກຽວ, ຍົກລະດັບທັກສະ ແລະ ເຕັກນິກ ເກັບກຳ, ແລກປ່ຽນບົດຮຽນເຊິ່ງກັນ
ແລະ ກັນ, ນໍາໃຊ້ເຕັກໂນໂລຊີ, ເຄື່ອງມື ແລະ ອຸປະກອນກອບກູ້ທີ່ທັນສະໄໝ ໃຫ້ມີຄວາມຊໍານານ ເພື່ອຮັບປະກັນປະສິດທິພາບສູງສຸດ, ປະຕິບັດກົດລະບຽບ
ສະໜາມ ຢ່າງເຂັ້ມງວດ, ມີ ຄວາມສາມັກຄີທັງພາຍໃນ ແລະ ພາຍນອກ,  ປະຕິບັດ 7 ລະບອບ 18 ວຽກສິ່ງສໍາຄັນຕ້ອງຮັກສາຈິດໃຈມະນຸດສະທໍາ​ໃນການ
ຊ່ວຍເຫຼືອດ້ວຍຄວາມສັດຊື່, ຈິງໃຈ ແລະ ສຸມໃສ່ຄວາມທຸກຮ້ອນຂອງປະຊຳຊົນ ເປັນຫຼັກ.

ແຫຼ່ງຂ່າວໂດຍ ຂທກ
ວັນທີ 07/09/2026