ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ລົງໂຄສະນາຫາສຽງ ຢູ່ ກອງພົນທີ 2


ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າຮ່ວມໃນການໂຄສະນາຫາສຽງ ຄັ້ງວັນທີ 05/02/2026

    ໃນວັນທີ 5 ກຸມພາ 2026 ນີ້, ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະ
ບູລີ ຈໍານວນ 13 ທ່ານ, ຍິງ 4 ທ່ານ ແລະ ຜູ້ຮັບສະໜັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈຳນວນ 8 ທ່ານ, ຍິງ 3 ທ່ານ
ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ ກອງພົນທີ 2 ເຊິ່ງນໍາໂດຍທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ,
ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ, ມີ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະ
ປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກ
ຕັ້ງທີ 7 ແຂວງໄຊຍະບູລີ, ມີຄະນະພັກ ຄະນະບັນຊາກອງພົນ, ພະນັກງານນັກຮົບ ແລະ ປະຊາຊົນບ້ານໂພນໄຊ ເຂົ້າຮ່ວມ.

     ການລົງເຄື່ອນໄຫວ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຄັ້ງນີ້ ຜູ້ສະໝັກສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ
ແຂວງ ຊຸດທີ V ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນເອງ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວ. ເຊິ່ງ
ໄດ້ເລີ່ມຈາກຜູ້ສະໝັກນໍ້າເບີ 1 ຫານໍ້າເບີ 13 ແລະ ຕໍ່ດ້ວຍຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເມືອງໄຊ
ຍະບູລີ ເບີ 1 ຫາເບີ 8 ຕາມລໍາດັບ ຈາກນັ້ນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ
ຊຸດທີ V ຍັງໄດ້ຮຽກຮ້ອງໃຫ້ຜູ່ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈ ເຂົ້າຮ່ວມຂະບວນການເລືອກຕັ້ງໃນຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງ
ຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ພໍ່-ແມ່ປະຊາຊົນ
ບັນດາເຜົ່າ ແລະ ເຊີນຊວນໃຫ້ຜູ້ມີສິດເລືອກຕັ້ງຈົ່ງພາກັນໄປໃຊ້ສິດຂອງຕົນ ເພື່ອເລືອກໄດ້ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ໃນການເປັນຕົວ
ແທນແຫ່ງສິດ ແລະ ຜົນປະໂຫຍດອັນສູງສຸດຂອງພໍ່-ແມ່ປະຊາຊົນບັນດາເຜົ່າ.

ແຫຼ່ງຂ່າວໂດຍ ສຸວັນໂນ
ວັນທີ 09/02/2026