
ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ ວັນທີ 8 ກັນຍາ 2026
ວັນທີ 8 ກັນຍາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດບັ້ນອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ຂັ້ນຮອງຫົວໜ້າພະແນກການ ແລະ
ພະນັກງານຊ່ວຍວຽກ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການອົບຮົມການເມືອງ-ແນວຄິດ ໃຫ້
ພະນັກງານ ຂັ້ນຮອງຫົວໜ້າພະແນກການ ແລະ ພະນັກງານຊ່ວຍວຽກ ທົ່ວກົມໃຫຍ່ເສນາທິການກອງທັບ ເພື່ອເຮັດໃຫ້ພະນັກງານ ເຊື່ອມຊຶມກຳແໜ້ນ ບັນ
ດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂອງພັກ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ກົດໝາຍ ຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ
ແລະ ເປັນການຕອບຕ້ານກົນອຸບາຍ ຫັນປ່ຽນໂດຍສັນຕີ ຂອງບັນດາອິດທິກຳລັງປໍລະປັກ ທີ່ໂຄສະນາໃສ່ຮ້າຍປ້າຍສີບິດເບືອນຕໍ່ແນວທາງ ໃຫ້ທັນການ ແລະ
ເປັນການປັບປຸງກົມກອງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການ
ເມືອງ, ຄຸນສົມບັດ ສິນທຳປະຕິວັດ, ຄວາມຈົງຮັກພັກດີ, ຄວາມສັດຊື່ບໍລິສຸດ, ຄວາມເຊື່ອໝັ້ນ ຕໍ່ການນໍາພາ ຂອງພັກ, ຕໍ່ອຸດົມການສັງຄົມນິຍົມ ພ້ອມທັງປັບ
ປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາ, ແບບແຜນດໍາລົງຊີວິດ ແລະ ເຊີດຊູຄວາມຮັບຜິດຊອບ ການເມືອງ ຂອງພະນັກງານ, ສະມາຊິກພັກ ນັບມື້ສູງ
ຂຶ້ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່. ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ ມີທັງໝົດ 11 ບົດ, ມີນັກເຝິກອົບຮົມ ທັງໝົດ 122 ສະຫາຍ, ກໍານົດເວລາເຝິິກ
ອົບຮົມ 5 ວັນ (ນັບແຕ່ວັນທີ 7-11 ກັນຍາ 2026) ຈຶ່ງສໍາເລັດ.
ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 09/09/2026