ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ ລັດວິສາຫະກິດ ພັດທະນາ ແລະ ບໍລິການ
ຂາອອກ-ຂາເຂົ້າ ກອງທັບ ແຂວງບໍ່ແກ້ວ ມອບເງິນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດ


    ໃນວັນທີ 9 ກຸມພາ 2026 ນີ້, ບໍລິສັດ ລັດວິສາຫະກິດ ພັດທະນາ ແລະ ບໍລິການ ຂາອອກ-ຂາເຂົ້າ ກອງທັບ ແຂວງບໍ່ແກ້ວ ພ້ອມດ້ວຍ
ບໍລິສັດ LAO C&D (ລາວຈີນ ພັດທະນາ) ແລະ ບໍລິສັດ ເຈັດຕ່າ ບໍ່ແຮ່ ຈຳກັດ ຜູ້ດຽວ ໄດ້ມອບເງິນຊຸກຍູ້ໃຫ້ກະຊວງປ້ອງກັນປະເທດ ຈຳ
ນວນ 300.000.000 ກີບ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ, ໂດຍຕາງໜ້າກ່າວມອບຂອງ ສະຫາຍ ຄໍາແກ້ວ ແກ້ວບຸນ
ພັນ ປະທານ ລັດວິສາຫະກິດ ພັດທະນາ ແລະ ບໍລິການຂາເຂົ້າ-ຂາອອກ ກອງທັບ ແຂວງ ບໍ່ແກ້ວ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນໂທ ວົງ
ສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ກາມເມືອງກອງທັບ ພ້ອມດ້ວຍຄະນະ.

     ໂອກາດດຽວກັນນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມຂອບໃຈ ຕໍ່ບໍລິສັດ ລັດວິສາຫະກິດ ພັດທະນາ ແລະ ບໍລິ
ການ ຂາອອກ-ຂາເຂົ້າ ກອງທັບ ແຂວງບໍ່ແກ້ວ ພ້ອມດ້ວຍ ບໍລິສັດ LAO C&D (ລາວຈີນ ພັດທະນາ) ແລະ ບໍລິສັດ ເຈັດຕ່າ ບໍ່ແຮ່ ຈຳກັດ
ຜູ້ດຽວທີ່ໄດ້ນໍາເອົາວັດຖຸປັດໄຈດັ່ງກ່າວ ມາປະກອບສ່ວນຊ່ວຍຊຸກຍູ້ໃຫ້ກອງທັບ ເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານປ້ອງ
ກັນຊາດ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 10/02/2026