ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມ
ຊາຍແດນ
ທົ່ວໄປ ລາວ-ໄທ ຄັ້ງທີ 30


     ກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2026
ນີ້, ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ແລະ ທ່ານ ພົນໂທ ອະດຸນ
ບຸນທໍາຈະເຣີນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມ ຊາຍ
ແດນທົ່ວໄປ ໄທ-ລາວ, ມີບັນດາຄະນະກໍາມະການ ຂອງທັງສອງຝ່າຍເຂົ້າຮ່ວມ.

     ໃນກອງປະຊຸມ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນທົບທວນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດຄືນໃນໄລຍະຜ່ານມາ ໂດຍສອງຝ່າຍ ມີ
ຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມື ຂອງທັງສອງປະເທດ ໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ ເຊິ່ງເປັນຜົນປະໂຫຍດຮ່ວມກັນ, ສາ
ມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍຄວາມໝັ້ນຄົງຕາມຊາຍແດນ ຂອງທັງສອງປະເທດ, ເຮັດໃຫ້ບໍລິເວນຊາຍແດນ ມີຄວາມສະຫງົບຮຽບຮ້ອຍ, ສອງ
ຝ່າຍ ໄດ້ເຫັນດີ ເປັນເອກະພາບ ເພີ່ມທະວີພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ຂອງທັງສອງຝ່າຍ, ເສີມສ້າງ
ສາຍພົວພັນຮ່ວມມືທາງດ້ານເສດຖະກິດທີ່ດີ, ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ໄທ ໂດຍສະເພາະ ຄະນະ
ກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນ ມີຄວາມສະຫງົບສຸກ
ໂດຍພື້ນຖານ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າ-ອອກເມືອງ ຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງໃນການກໍ່
ຄວາມບໍ່ສະຫງົບ ເພື່ອຄຸ້ມຄອງຊ່ວຍເຫຼືອພົນລະເມືອງ ທີ່ປະກອບອາຊີບສຸດຈະລິດຂອງຕົນ ຕະຫຼອດເຖິງການປ້ອງກັນ ແລະ ສະກັດກັ້ນອາຊະຍາກໍາ, ຢາ
ເສບຕິດ ລວມທັງໃຫ້ການຊ່ວຍເຫຼືອຜູ້ປະສົບໄພ ຫຼື ມີຄວາມຈໍາເປັນອື່ນໆ.

     ນອກຈາກນັ້ນ, ສອງຝ່າຍ ຍັງເຫັນດີເປັນເອກະພາບ ສືບຕໍ່ຮ່ວມມື ໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ,
ການສົ່ງເສີມການຮ່ວມມືດ້ານການແພດທະຫານ, ການແລກປ່ຽນທັດສະນະສຶກສາຮ່ວມກັນ ຂອງນາຍທະຫານລະດັບກາງ, ການແລກປ່ຽນສິລະປະ-ວັດ
ທະນະທໍາ ແລະ ການແຂ່ງຂັນກິລາມິດຕະພາບ ລະຫວ່າງ ສອງກອງທັບ ລາວ-ໄທ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ. ພ້ອມກັນ
ນັ້ນ, ທັງສອງຝ່າຍ ຍັງໄດ້ຮ່ວມກັນລົງນາມບົດບັນທຶກ ກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ
ຄັ້ງທີ 30 ອີກດ້ວຍ.

ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 10/09/2026