
ກອງພົນທີ 5 ກອງທັບປະຊາຊົນລາວ ຮ່ວມສະແດງສິລະປະ-ວັນນະຄະດີ
ກັບ ກອງບັນຊາການເຂດ 5 ກອງທັບປະຊາຊົນຫວຽດນາມ

ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເປັນປະທານ ໃນວັນທີ 6 ພະຈິກ 2026
ວັນທີ 6 ພະຈິກ 2026 ນີ້, ທີ່ຫໍວັດທະນະທຳແຂວງຈຳປາສັກ ໄດ້ຈັດງານຮ່ວມສະແດງສີລະປະ-ວັນນະຄະດີ ໃນລາຍການ ຫວຽດນາມ-ລາວ ຮ່ວມບົດ
ເພງດຽວກັນປີ 2026, ໂດຍມີ ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 5
ພ້ອມດ້ວຍຄະນະ, ສະຫາຍ ນາງ ຕ້າ ເຟືອງ ຊຸງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ, ມີຄະນະພັກ-ຄະນະບັນຊາ ຈາກກຳລັງ ປກຊ-
ປກສ ແຂວງ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ກອງພັນໃຫຍ່ 611, 645 ແລະ ໂຮງໝໍບໍລິເວນ 106 ຕະຫຼອດຮອດພະນັກງານ-ນັກຮົບ ແລະ ປະຊາ
ຊົນເຂດໃກ້ຄຽງ ເຂົ້າຮ່ວມຮັບຊົມ.
ການຮ່ວມສະແດງສິລະປະ-ວັນນະຄະດີ ໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນບຸນສໍາຄັນ ຂອງຊາດ, ຂອງພັກ ໂດຍສະເພາະແມ່ນ
ວັນສະຖາປານາ ສປປ ລາວ ຄົບຮອບ 51 ປີ (2 ທັນວາ 1975-2 ທັນວາ 2026) ແລະ ເພື່ອເປັນການຊົມເຊີຍ 2 ວັນປະຫວັດສາດ ຂອງ 2 ຊາດ ລາວ-ຫວຽດ
ນາມ ກໍຄືວັນສ້າງຕັ້ງສາຍ
ພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 65 ປີ (5 ກັນຍາ 1962-5 ກັນຍາ 2027) ແລະ ວັນເຊັນສົນທິສັນຍາຮ່ວມມືຮອບດ້ານ
ຄົບຮອບ 50 ປີ (18 ກໍລະກົດ 1977-18 ກໍລະກົດ 2027) ໃຫ້ເປັນຂະບວນການຟົດຟື້ນ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ ແລະ ເສີມຂະ
ຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄິພິເສດ, ການຮ່ວມມືຮອບດ້ານ ແລະ ເປັນການແລກປຽນສິລະປະ, ວັດທະນະທຳອັນດີງາມ ລະຫວ່າງ
ສອງພັກ, ສອງລັດ ແລະ ກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະແມ່ນກໍາລັງປະກອບອາວຸດທີ່ຕັ້ງທັບ ຢູ່ໃນແຂວງຈຳປາສັກ ກັບ ກອງບັນຊາ
ການເຂດ 5 ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບໜັກແໜ້ນ, ໝັ້ນຄົງທະນົງແກ່ນ ແລະ ຂຽວສົດງົດງາມຕະຫຼອດໄປ.
ແຫຼ່ງຂ່າວໂດຍ ໄຊຍະຄານ
ວັນທີ 10/11/2026