ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນໍາກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາ ໄວ້ອາໄລ
ຕໍ່ການຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ


ໄວ້ອາໄລຕໍ່ການຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ

     ວັນທີ 10 ສິງຫາ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ, ການນໍາກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການ
ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການ
ຈາກໄປ ຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

     ເພື່ອເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກຢ່າງສູງ ທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ຜູ້ທີ່ໄດ້ອຸທິດເຫື່ອແຮງ,
ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະ
ພາແຫ່ງຊາດ. ເຊິ່ງສະຫາຍ ເປັນໜຶ່ງໃນບັນດາການນໍາຂັ້ນສູງ ທີ່ອຸທິດຍາດເຫື່ອແຮງກາຍ, ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ ຢ່າງຕັ້ງໜ້າ, ເຖິງສະຫາຍຈະຈາກໄປໂດຍບໍ່ມີວັນຫວນຄືນ ແຕ່ມູນເຊື້ອຄວາມຈົງຮັກພັກດີ ຂອງສະຫາຍ ຈະເປັນມູນເຊື້ອອັນດີງາມໄວ້ ໃຫ້
ລູກຫຼານ, ພະນັກງານ-ນັກຮົບ ຄົນຮຸ່ນຫຼັງ ເອົາເປັນແບບຢ່າງ ສືບທອດນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຕໍ່
ໜ້າ.

ແຫຼ່ງຂ່າວໂດຍ ສຸກສົງການ+ພຸດທະພອນ
ວັນທີ 11/08/2026