
ວິທະຍາຄານເຕັກນິກການທະຫານ ປິດຊຸດບໍາລຸງວຽກງານເສນາ-ເຕັກນິກ ຊຸດທີ VI

ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 11/02/2026
ໃນວັນທີ 11 ກຸມພາ 2026 ນີ້, ວິທະຍາຄານເຕັກນິກການທະຫານ ໄດ້ຈັດພິທີປິດຊຸດບໍາລຸງວຽກງານເສນາ-ເຕັກນິກ ຊຸດທີ VI
ລະບົບ 6 ເດືອນ ສົກປີ 2025-2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈໍາພັກກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີ ຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາຄູ ແລະ ນັກສຶກ
ສາບໍາລຸງ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຮອງອໍານວຍການ ຫົວໜ້າຫ້ອງອົບຮົມ ໄດ້ຜ່ານບົດສະຫຼຸບຜົນສໍາເລັດຊຸດບໍາລຸງວຽກ
ງານເສນາເຕັກນິກລະບົບ 6 ເດືອນ ຊຸດທີ VI ສົກຮຽນ 2025-2026 ສາມາດຕີລາຄາໄດ້ດັ່ງນີ້: ໃນໄລຍະ 6 ເດືອນຜ່ານມາ ຄະນະ
ພັກ-ຄະນະອໍານວຍການ ວິທະຍາຄານເຕັກນິກການທະຫານ ໄດ້ສຸມໃສ່ນໍາພາ-ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ
ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຢ່າງເປັນປົກກະຕິ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດຍາດໄດ້ຜົນສຳເລັດໃນຫຼາຍ
ດ້ານ ເປັນຕົ້ນແມ່ນ: ດ້ານການຮຽນ-ການສອນ ນັກສຶກສາທັງໝົດ 30 ສະຫາຍ ສາມາດສອບເສັງຈົບຫຼາຍວິຊາ ແລະ ສໍາເລັດການລົງ
ພາກສະໜາມ ແລະ ກິດຈະກຳຕ່າງໆທີ່ໄດ້ກຳນົດຕາມຫຼັກສູດ. ໃນນີ້, ສາມາດຄັດເລືອກໄດ້ນັກສຶກສາທີ່ມີຜົນການຮຽນດີເດັ່ນ ເກຣດ
A ຈຳນວນ 3 ສະຫາຍ ແລະ ລະດັບດີ ເກຣດ B+ ຈຳນວນ 27 ສະຫາຍ. ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາ 3 ສະຫາຍ
ທີ່ມີຜົນການຮຽນດີເດັ່ນ ເພື່ອເປັນແບບຢ່າງທີ່ດີໃນການຄົ້ນຄວ້າຮ່ຳຮຽນ. ນອກຈາກຜົນສຳເລັດດ້ານການຮຽນແລ້ວ, ບັນດານັກສຶກສາ
ຍັງໄດ້ສຸມໃສ່ການເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ເຂົ້າຮ່ວມຂະບວນການແຂ່ງຂັນສ້າງຜົນງານຄຳນັບຮັບຕ້ອນວັນສຳຄັນ
ຕ່າງໆຂອງຊາດ ແລະ ຂອງກອງທັບຢ່າງເປັນຂະບວນຟົດຟື້ນ.
ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ໂອ້ລົມ ຍ້ອງຍໍຊົມເຊີຍຜົນສຳເລັດ ແລະ ຊີ້ນຳໃຫ້ຄະນະພັກ-ຄະນະອໍານວຍ
ການ, ຄູ-ອາຈານ ແລະ ນັກສຶກສາ ສືບຕໍ່ຮັກສາມູນເຊື້ອອັນດີງາມ, ເພີ່ມທະວີຄວາມຮັບຜິດຊອບໃນການສຶກສາອົບຮົມການເມືອງ-ນຳ
ພາແນວຄິດ ແລະ ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ຍົກລະດັບຄວາມຮູ້ຄວາມສາມາດດ້ານເຕັກນິກວິ
ຊາການໃຫ້ມີຄວາມຊຳນິຊຳນານ ທັງນີ້ ກໍເພື່ອແນໃສ່ສ້າງພະນັກງານເຕັກນິກການທະຫານໃນລຸ້ນສືບທອດ ໃຫ້ມີຄວາມຮູ້ຄວາມສາມາດ
ແລະ ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດຢ່າງແທ້ຈິງ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 12/02/2026