ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2


     ໃນລະຫວ່າງວັນທີ 10-11 ສິງຫາ 2026 ນີ້, ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້
ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2, ມີສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພົນ,
ຄະນະຫ້ອງ, ພະແນກການທີ່ຂ້ອງ ແລະ ກົມກອງເຫຼົ່າຮົບເຂົ້າຮ່ວມ.

     ຈຸດປະສົງ ການເຄືອນໄຫວເຮັດໃນຄັ້ງນີ້ ເພື່ອຕິດຕາມກວດກາຄວາມພ້ອມທາງດ້ານພາຫະນະເຕັກນິກໃນການຮັບປະກັນ ຕ້ານ ແລະ ກອບກູ້ໄພພິບັດທາງ
ທຳມະຊາດ, ການກຽມພ້ອມສູ້ຮົບ, ໃຫ້ມີຄວາມຮັບປະກັນ. ພ້ອມນີ້, ແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກ
ງານເຕັກນິກໃນໄລຍະຜ່ານມາ ເຊິ່ງຫ້ອງເຕັກນິກ ກອງພົນທີ 2 ໄດ້ເປັນເຈົ້າການນຳພາ-ຊີ້ນຳ ພະນັກງານວິຊາສະເພາະຂອງຕົນ ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ,
ບົວລະບັດຜັດເຊັດ ແລະ ນຳໃຊ້ພາຫະນະເຕັກນິກ, ອາວຸດ-ກະສຸນ ແລະ ວັດຖຸເຕັກນິກ ທີ່ໄດ້ປະກອບໃຫ້ ຖືກຕ້ອງຕາມລະບຽບຫຼັກການ ຕາມຂໍ້ກຳນົດ ຂອງ
ຂັ້ນເທິງວາງອອກ ເປັນຕົ້ນ ໃນດ້ານວຽກງານຄຸ້ມຄອງພາຫະນະ ໄດ້ເອົາໃຈໃສ່ຊີ້ນຳພະແນກການທີ່ກ່ຽວຂ້ອງ, ກົມກອງເຫຼົ່າຮົບ ເປັນເຈົ້າການຈັດຕັ້ງປະຕິບັດວຽກ
ງານຄຸ້ມຄອງ, ປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະທີ່ຂັ້ນເທິງປະກອບໃຫ້ຢ່າງເປັນປົກກະຕິ ໃນນີ້, ໄດ້ຈັດຕັ້ງວັນເຕັກນິກ ເພື່ອກວດກາສະພາບເຕັກນິກ
ລົດ 1 ຄັ້ງຕໍ່ເດືອນ ແລະ ແລ່ນຍາວ 3 ເດືອນຕໍ່ 1 ຄັ້ງ. ນອກນັ້ນ, ຍັງໄດ້ຊີ້ນຳນັກຂັບຂີ່ ເອົາໃຈໃສ່ກວດກາປົກກະຕິປະຈຳວັນ, ກວດກາກ່ອນອອກໄປປະຕິບັດໜ້າ
ທີ່ ແລະ ເວລາກໍລະນີພາຫະນະ ມີການເປ່ເພ ໄດ້ລາຍງານຂໍທິດຊີ້ນຳຈາກຂັ້ນເທິງອະນຸມັດສ້ອມແປງ ປ່ຽນຖ່າຍອາໄຫຼ່ໄດ້ທັນເວລາ ແນໃສ່ຮັບປະກັນໃຫ້ມີພາ
ຫະນະນຳໃຊ້ໄດ້ເປັນປົກກະຕິ, ໄດ້ສ້າງຂໍ້ກຳນົດ ກ່ຽວກັບວຽກງານຄຸ້ມຄອງນຳໃຊ້, ການບົວລະບັດຜັດເຊັດ ແລະ ສ້ອມແປງ, ປ່ຽນຖ່າຍອາໄຫຼ່ ເພື່ອເປັນບ່ອນອີງ
ໃຫ້ບັນ ດາກົມກອງຈັດຕັ້ງປະຕິບັດ, ສ່ວນວຽກງານຄຸ້ມຄອງອາວຸດ-ກະສຸນ ຄະນະພັກ-ຄະນະບັນຊາ ໄດ້ເປັນເຈົ້າການຊີ້ນຳວິຊາການທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດ
ຕາມກຳແໜ້ນສະພາບ ຈຳນວນອາວຸດຍຸດໂທປະກອນທີ່ໄດ້ປະກອບໃຫ້ນັບທັງຢູ່ໃນສາງ-ຄັງ, ຊີ້ນຳພະນັກງານວິຊາສະເພາະ ສ້າງແຜນງົບປະມານຮັບປະກັນ ອາ
ວຸດ-ກະສຸນ ແລະ ວັດຖຸເຕັກນິກໃຫ້ກົມກອງ ຖືກຕ້ອງຕາມລະບຽບຫຼັກການ ພ້ອມທັງສະຫຼຸບລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ, ຊີ້ນຳບັນດາກົມກອງ ແລະ
ພະນັກງານວິຊາສະເພາະຍຸດໂທ ເອົາໃຈໃສ່ປະຕິບັດລະບຽບການຄຸ້ມຄອງປົກປັກຮັກສາ, ການບົວລະບັດຜັດເຊັດ, ບຳລຸງຮັກສາ ແລະ ການນຳໃຊ້ອາວຸດຍຸດໂທ
ປະກອນໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງຂັ້ນເທິງ ເພື່ອຮັບປະກັນໃນການນຳໃຊ້ໃຫ້ມີຄຸນະພາບ ແລະ ມີຄວາມປອດໄພ 100%.

     ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ເນັ້ນໜັກໃຫ້ຄະນະພັກ-ບັນຊາແຕ່ລະຂັ້ນ ສືບຕໍ່ຍົກສູງວຽກງານການຊີ້ນຳ-ບັນຊາກົມກອງ
ຢ່າງມີແບບແຜນ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ຢຶດໝັ້ນຕາມຫຼັກການລວມສູນປະຊາທິປະໄຕ ປົກປັກຮັກສາອາວຸດຍຸດໂທປະກອນ ແລະ
ພາຫະນະເຕັກນິກ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ຮັບປະກັນຄຸນະພາບ ນຳໃຊ້ໄດ້ໃນສະເພາະໜ້າ ແລະ ຍາວນານ.

ແຫຼ່ງຂ່າວໂດຍ ຄໍາຮັກ ໄຊວັນທອນ
ວັນທີ 12/08/2026