ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງເອກອັກຄະລັດ
ຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ


ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ

     ວັນທີ 11 ພະຈິກ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດ
ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ
ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບອໍາລາ ເນື່ອງໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ.

     ທ່ານ ພົນເອກ ຄຳລຽງ ອຸທະໄກສອນ  ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ ຂອງທ່ານ ນາງ ເມແກນ ຈອນ
ຢູ່ ສປປ ລາວ ຕະຫຼອດໃນໄລຍະການປະຕິບັດໜ້າທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການເສີມສ້າງການພົວພັນຮ່ວມມື ລະຫວ່າງ ສປປ
ລາວ-ອົດສະຕຣາລີ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆ ຂຶ້ນ, ພ້ອມທັງ ອວຍພອນໃຫ້ເດີນທາງກັບຄືນປະເທດ ດ້ວຍ
ຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ໃໝ່.

     ໂອກາດນີ້, ທ່ານ ນາງ ເມແກນ ຈອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໄດ້ໃຫ້ການຕ້ອນ
ຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ການຈັດຕັ້ງທຸກພາກສ່ວນ ຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກທຸກຢ່າງໃນ
ຕະຫຼອດໄລຍະການປະຕິບັດໜ້າທີ່ ຈົນໄດ້ຮັບຜົນສຳເລັດໃນຄັ້ງນີ້, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ພາຍຫຼັງກັບຄືນປະເທດ ຈະສືບຕໍ່ເອົາໃຈໃສ່ຕິດຕາມ ແລະ
ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ອົດສະຕຣາລີ-ສປປ ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆ ຂຶ້ນ.

ແຫຼ່ງຂ່າວໂດຍ ນ. ເກດແກ້ວ
ວັນທີ 12/11/2026