ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ


ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 08/05/2026

    ວັນທີ 8 ພຶດສະພາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່
ເສນາທິການກອງທັບ ລະຫວ່າງ ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານ (ຜູ້ເກົ່າ) ແລະ ສະຫາຍ ພັນໂທ ວຽງ
ແກ້ວ ບົວໄລວັນ ຫົວໜ້າຫ້ອງການບໍລິຫານ (ຜູ້ໃໝ່), ແລະ ແຕ່ງຕັ້ງພະແນກການເງິນ ກົມໃຫຍ່ເສນາທິການກອງທັບ. ໂດຍການເປັນ
ປະທານຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ,
ມີບັນດາກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່
ການເມືອງກອງທັບ ວ່າດ້ວຍການ ແຕ່ງຕັ້ງ ສະຫາຍ ພັນໂທ ນາງ ມະນີວັນ ເພັງສະໝຸດ ເປັນຫົວໜ້າພະແນກການເງິນ ແລະ ສະຫາຍ ພັນ
ໂທ ນາງ ສາຍສະໝອນ ໄຊຍະວົງ ເປັນຮອງຫົວໜ້າພະແນກການເງິນ. ຈາກນັ້ນ, ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການ
ບໍລິຫານ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບຫຍໍ້ໃນການນໍາພາ-ຊີ້ນໍາ ບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າ
ທີ່ຄວາມຮັບຜິດຊອບຂອງຕົນ ເປັນຕົ້ນໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ສະມາຊິກພັກ-ນັກຮົບ
ຢູ່ຫ້ອງການບໍລິຫານ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມ
ສາມັກຄີເປັນປຶກແຜ່ນ, ຮັກສາໄດ້ຄວາມສະຫງົບປອດໄພ, ໄດ້ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງ, ປະຕິບັດຄໍາສັ່ງຂອງຂັ້ນເທິງ, ປະຕິ
ບັດຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໄດ້ຢ່າງເຂັ້ມງວດໃຫ້ມີຜົນສໍາເລັດ ແລະ ມີຜົນງານອັນໃຫຍ່ຫຼວງພົ້ນເດັ່ນຫຼາຍດ້ານ. ພ້ອມ
ນີ້, ໃນພິທີ ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານ (ຜູ້ເກົ່າ)
ແລະ ສະຫາຍ ພັນໂທ ວຽງແກ້ວ ບົວໄລວັນ ຫົວໜ້າຫ້ອງການບໍລິຫານ (ຜູ້ໃໝ່) ຢ່າງເປັນທາງການ.

     ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງ
ນີ້ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ເປັນແບບຢ່າງນໍາໜ້າໃນທຸກໜ້າທີ່ວຽກງານປັບປຸງ
ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ, ເປັນເຈົ້າການປັບປຸງກໍ່ສ້າງພັກ-ພະນັກງານ ຕາມແນວ
ທາງປ່ຽນແປງໃໝ່ຂອງພັກ, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະໃຫ້ເປັນລະບົບຄົບຊຸດ, ເຕົ້າໂຮມຄວາມສາມັກຄີພາຍ
ໃນໝູ່ຄະນະໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ ເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ແຫຼ່ງຂ່າວໂດຍ ນາງ ສຸພາພອນ ລາດສີເມືອງ
ວັນທີ 13/05/2026