ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານການແພດກອງທັບ ປິດສົກຮຽນ ປະຈຳປີ 2025-2026


ສະຫາຍ ພົນຕີ ກົງທອງ ສຸກຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 10 ກໍລະກົດ 2026 ນີ້, ວິທະຍາຄານການແພດກອງທັບ ໄດ້ຈັດພິທີ ປິດສົກຮຽນ ປະຈຳປີ 2025-2026, ໂດຍການເປັນປະ
ທານຂອງ ສະຫາຍ ພົນຕີ ກົງທອງ ສຸກຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຮສ ປອ ຈັນສະໝອນ
ມະຫາວົງ ຫົວໜ້າການທະຫານ ວິທະຍາຄານການແພດກອງທັບ, ມີຄະນະພັກ-ຄະນະບັນຊາ ບັນດາກົມ, ວິທະຍາຄານ, ໂຮງໝໍ, ສະຖາ
ບັນ, ກົມກອງອ້ອມຂ້າງ ຂອງກະຊວງປ້ອງກັນປະເທດ, ພະນັກງານ-ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນພອນ ພົນຫາວົງ ຮອງຫົວໜ້າວິທະຍາຄານ, ຫົວໜ້າຫ້ອງວິທະຍາສາດ ວິທະຍາຄານການແພດກອງທັບ ໄດ້ຜ່ານ
ບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດ ປະຈໍາສົກຮຽນ 2025-2026 ວິທະຍາຄານການແພດກອງທັບ ໄດ້ຈັດຕັ້ງປະຕິບັດຫຼັກສູດຕ່າງໆ ໃນ
ປະຈຸບັນ ຄື: ປະລິນຍາໂທ ສາຂາຮູບຮ່າງ ລະບົບ 3 ປີ, ມີ 1 ຫ້ອງ ລວມມີ 10 ສະຫາຍ, ຊ່ຽວຊານຂັ້ນ 1 ສາຍພາຍນອກລວມ ລະບົບ 2 ປີ,
ມີ 1 ຫ້ອງ ລວມມີ 15 ສະຫາຍ, ປະລິນຍາຕີການແພດທົ່ວໄປ ລະບົບ 6 ປີ, ມີ 5 ຫ້ອງ ລວມມີ 325 ສະຫາຍ, ຊັ້ນສູງພະຍາບານ ລະບົບ
3 ປີ 1 ຫ້ອງ ລວມມີ 32 ສະຫາຍ. ໃນນີ້, ສາມາດຕີລາຄາຜົນໄດ້ຮັບ ຊ່ຽວຊານ ຂັ້ນ 1 ສາຂາອາຍຸລະສາດ ຊຸດທີ II (2024-2026) ປ້ອງ
ກັນບົດເກັບກ່ຽວຈົບຊັ້ນ ຜົນໄດ້ຮັບຂອງການສອບເສັງໄດ້ຄາດໝາຍ 100%. ໃນນັ້ນ, ປະເພດ ດີເລີດ (A) ມີ 2 ສະຫາຍ, ດີຫຼາຍ (B+) ມີ
6 ສະຫາຍ, ດີ (B) ມີ 7 ສະຫາຍ, ປະຕິບັດເຕັກນິກຕົວຈິງກັບຄົນເຈັບ ຜົນໄດ້ຮັບຂອງການສອບເສັງໄດ້ຄາດໝາຍ 100%. ໃນນັ້ນປະເພດ
ດີເລີດ (A) ມີ 1 ສະຫາຍ, ດີຫຼາຍ (B+) ມີ 10 ສະຫາຍ, ດີ (B) ມີ 4 ສະຫາຍ, ປະລີນຍາຕີຊຸດທີ VII ວິຊາການທະຫານ ຜົນຂອງການ
ສອບເສັງ ໄດ້ຄາດໝາຍ 100%. ໃນນັ້ນມີປະເພດ ຕີເລີດ (A) ມີ 4 ສະຫາຍ, ດີຫຼາຍ (B+) ມີ 9 ສະຫາຍ, ດີ (B) ມີ 10 ສະຫາຍ, ດີພໍ
ໃຊ້ (C+) ມີ 19 ສະຫາຍ, ພໍໃຊ້ (C) ມີ 19 ສະຫາຍ, ວິຊາປັດຊາຍາມາກ-ເລນິນ ຜົນໄດ້ຮັບຂອງການສອບເສັງໄດ້ຄາດໝາຍ 100%, ໃນ
ນັ້ນ ປະເພດ ດີເລີດ (A) ມີ 7 ສະຫາຍ, ດີຫຼາຍ (B+) ມີ 12 ສະຫາຍ, ດີ (B) ມີ 17 ສະຫາຍ, ດີ ພໍໃຊ້ (C+) ມີ 10 ສະຫາຍ, ພໍໃຊ້ (C)
ມີ 13 ສະຫາຍ, ວິຊາການແພດທະຫານ (ຈັດຕັ້ງບັນຊາເສນາຮັກ), ເລັງໃສ່ຄາດໝາຍນໍາພາເສນາຮັກຂັ້ນກອງພັນໃຫຍ່, ລວມມີ 2 ພາກ ຄື
ພາກສັນຕິພາບ ແລະ ພາກສົງຄາມ, ຜົນການສອບເສັງ ດີເລີດ (A) ມີ 7 ສະຫາຍ, ດີຫຼາຍ (B+) ມີ 6 ສະຫາຍ, ດີ (B) ມີ 12 ສະຫາຍ,
ດີພໍໃຊ້ (C+) ມີ 12 ສະຫາຍ, ພໍໃຊ້ (C) ມີ 2 ສະຫາຍ, ອ່ອນ (D+) ມີ 3 ສະຫາຍ, ວິຊາທິດສະດີພາຍໃນລວມ ດີເລີດ (A) ມີ 5 ສະ
ຫາຍ, ດີຫຼາຍ (B+) ມີ 10 ສະຫາຍ, ດີ (B) ມີ 10 ສະຫາຍ, ດີພໍໃຊ້ (C+) ມີ 11 ສະຫາຍ, ພໍໃຊ້ (C) ມີ 14 ສະຫາຍ, ອ່ອນ (D+) ມີ 9
ສະຫາຍ, ປະຕິບັດຕົວຈິງພາຍໃນລວມ ດີເລີດ (A) ມີ 7 ສະຫາຍ, ດີຫຼາຍ (B+) ມີ 10 ສະຫາຍ, ດີ (B) ມີ 8 ສະຫາຍ, ດີພໍໃຊ້ (C+) ມີ
10 ສະຫາຍ, ພໍໃຊ້ (C) ມີ 23 ສະຫາຍ, ອ່ອນ (D+) ມີ 1 ສະຫາຍ, ວິຊາທິດສະດີພາຍນອກລວມ ດີຫຼາຍ (B+) ມີ 2 ສະຫາຍ, ດີ (B)
ມີ 5 ສະຫາຍ, ດີພໍໃຊ້ (C+) ມີ 5 ສະຫາຍ, ພໍໃຊ້ (C) ມີ 28 ສະຫາຍ, ອ່ອນ (D+) ມີ 19 ສະຫາຍ, ປະຕິບັດຕົວຈິງພາຍນອກລວມ ດີ
ເລີດ (A) ມີ 1 ສະຫາຍ, ດີ (B) ມີ 3 ສະຫາຍ, ດີພໍໃຊ້ (C+) ມີ 14 ສະຫາຍ, ພໍໃຊ້ (C) ມີ 28 ສະຫາຍ, ອ່ອນ (D+) ມີ 13 ສະຫາຍ,
ຜົນການປ້ອງກັນບົດເກັບກ່ຽວຈົບຊັ້ນ ນັກສຶກສາ 1 ສະຫາຍ, ມີຄູຊີ້ນໍາ 2 ທ່ານ ຮັບຜິດຊອບຂຽນ 1 ບົດ ເກັບກ່ຽວໃນສາຍວິຊາຄຼີນິກ ພາຍໃນ
ຫຼື ພາຍນອກ ແລະ ປ້ອງກັນບົດເກັບກ່ຽວຕໍ່ຄະນະກຳມະການ 5 ສະຫາຍ, ຜົນການຕີລາຄາ ດີເລີດ (A) ມີ 7 ສະຫາຍ, ດີຫຼາຍ (B+) ມີ 12
ສະຫາຍ, ດີ (B) ມີ 17 ສະຫາຍ, ດີພໍໃຊ້ (C+) ມີ 10 ສະຫາຍ, ພໍໃຊ້ (C) ມີ 13 ສະຫາຍ, ຜົນການຮຽນ ແລະ ສອບເສັງບັນດາໝວດ ວິ
ຊາ ຕ່າງໆໃນ 12 ພາກຮຽນ ຄະແນນສະເລ່ຍ ຈັດປະເພດເກຼດ ໃນ 12 ພາກຮຽນ: ດີຫຼາຍ (B+) ມີ 2 ສະຫາຍ, ດີ (B) ມີ 19 ສະຫາຍ, ດີພໍ
ໃຊ້ (C+) ມີ 32 ສະຫາຍ, ພໍໃຊ້ (C) ມີ 6 ສະຫາຍ, ຊັ້ນສູງພະຍາບານ ຊຸດທີ II (2023-2026) ພາກທິດສະດີການພະຍາບານພະຍາດ
ພາຍໃນລວມ ດີເລີດ (A) ມີ 4 ສະຫາຍ, ດີຫຼາຍ (B+) ມີ 5 ສະຫາຍ, (B) ມີ 10 ສະຫາຍ, ດີພໍໃຊ້ (C+) ມີ 6 ສະຫາຍ, ພໍໃຊ້ (C) ມີ
11 ສະຫາຍ, ພາກປະຕິບັດຕົວຈິງການພະຍາບານພະຍາດພາຍໃນລວມ ດີເລີດ (A) ມີ 1 ສະຫາຍ, ດີຫຼາຍ (B+) ມີ 3 ສະຫາຍ, ດີ (B) ມີ
11 ສະຫາຍ, ດີພໍໃຊ້ (C+) ມີ 11 ສະຫາຍ, ພໍໃຊ້ (C) ມີ 9 ສະຫາຍ (10%), ດີພໍໃຊ້ (D) ມີ 1 ສະຫາຍ. ຈາກນັ້ນ, ກໍໄດ້ມອບໃບປະກາສະ
ນີຍະບັດໃຫ້ນັກສຶກສາທີ່ຮຽນຈົບຢ່າງສົມກຽດ ແລະ ໄດ້ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກ
ຮຽນ-ນັກສຶກສາ ຜູ້ທີ່ຮຽນດີ, ຮຽນເກັ່ງ ຈຳນວນ 34 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ໃຫ້ແກ່ພະນັກງານ, ຄູ-ອາຈານ
ສອນ ແລະ ນັກຮຽນ-ນັກສຶກສາຜູ້ທີ່ຮຽນດີ, ຮຽນເກັ່ງ ຈໍານວນ 61 ສະຫາຍ, ມອບໃບຍ້ອງຍໍ ຂັ້ນວິທະຍາຄານການແພດກອງທັບ ໃຫ້ແກ່ຄູ
ສອນ ແລະ ນັກສຶກສາ ຈຳນວນ 59 ສະຫາຍ ຕື່ມອີກ.

     ສະຫາຍ ພົນຕີ ກົງທອງ ສຸກຂະວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນຄັ້ງນີ້ ພ້ອມທັງ, ຮຽກຮ້ອງໃຫ້ບັນດາຄູ-ອາຈານ ຈົ່ງພ້ອມກັນຕັ້ງໜ້າ
ສິດສອນ ໃຫ້ສໍາເລັດຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້, ພ້ອມກັນຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ເນັ້ນໜັກໃຫ້ບັນ
ດານັກສຶກສາ ທີ່ສໍາເລັດການສຶກສາຄັ້ງນີ້, ຈົ່ງພ້ອມກັນສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຊໍານິຊໍານານ ໃນໜ້າທີ່ວຽກງານວິຊາສະເພາະ
ຂອງຕົນ, ຕັ້ງໜ້າປະຕິບັດຕາມແນວທາງນະໂຍບາຍຂອງພັກ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ໃຫ້ເຂັ້ມງວດ, ນໍາເອົາເນື້ອໃນຈິດໃຈທີ່ຜ່ານ
ການປະຕິບັດຫຼັກສູດ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ຂອງກົມກອງ ໃຫ້ມີຜົນສຳເລັດຕາມການມອບໝາຍ.

ແຫຼ່ງຂ່າວໂດຍ ໜູແດງ
ວັນທີ 13/07/2026