ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 12/05/2026

    ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ບັນດາກົມກອງຂຶ້ນກັບກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນ
ທີ 12 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ,
ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ບົວຄຳ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງ
ກັນປະເທດ ແລະ ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ອີງຕາມ ມາດຕາ 22 ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ,
ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ທັງໝົດຈຳນວນ 249 ສະຫາຍ ໃນນີ້, ເລື່ອນຊັ້ນ-ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ
ຊັ້ນພັນຕີ ຈໍານວນ 106 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ ຈໍານວນ 102 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບ
ຊັ້ນຮ້ອຍຕີ ຂຶ້ນ ຊັ້ນຮ້ອຍໂທ ຈໍານວນ 22 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນວາທີ ຂຶ້ນຊັ້ນຮ້ອຍຕີ ຈຳນວນ 19 ສະຫາຍ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົງຍົກສູງຄວາມ
ຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ເປັນແບບຢ່າງທີ່ດີໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດ
ການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ ປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງກໍ່ສ້າງກົມກອງ
ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.

ແຫຼ່ງຂ່າວໂດຍ ນາງ ສຸພາພອນ ລາດສີເມືອງ
ວັນທີ 14/05/2026