
ປະກາດການແຕ່ງຕັ້ງ ຫົວໜ້າອໍານວຍການ ໂຮງງານເກີບທັນວາ ກອງທັບ

ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານ
ພິທີ ປະກາດການແຕ່ງຕັ້ງຫົວໜ້າ ອໍານວຍການ ໂຮງງານເກີບທັນວາ ກອງທັບ ແລະ ຂັ້ນຫົວໜ້າພະແນກອຸປະໂພກ ກົມອຸປະໂພກ-ບໍ
ລິໂພກ, ຫົວໜ້າພະແນກເຕັກນິກຂົນສົ່ງ ກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ໂດຍການ
ເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ
ອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິ ການ, ຄະນະພັກ-ຄະນະອໍານວຍການ ໂຮງງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຄໍາສັ່ງ ຂອງກົມໃຫຍ່ການ
ເມືອງກອງທັບ ວ່າດ້ວຍການຍົກຍ້າຍ ສະຫາຍ ພັນໂທ ສີຫາ ແກ້ວບຸນຊູ ຫົວໜ້າພະແນກອຸປະໂພກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະ
ລາທິການກອງທັບ ໄປໃຫ້ໂຮງງານເກີບທັນວາ ກອງທັບ, ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າອໍານວຍ
ການ ໂຮງງານເກີບທັນວາ ກອງທັບ ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ພັນໂທ ສີຫາ ແກ້ວ
ບຸນຊູ ເປັນຫົວໜ້າອໍານວຍການ ໂຮງງານເກີບທັນວາ ກອງທັບ. ຈາກນັ້ນ, ໄດ້ຜ່ານຂ້ໍຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການ
ແຕ່ງຕັ້ງຂັ້ນຫົວໜ້າພະແນກການ ທີ່ຂຶ້ນກັບກົມອຸປະໂພກ-ບໍລິໂພກ ແລະ ກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ໃນນີ້, ແຕ່ງຕັ້ງ ສະ
ຫາຍ ພັນໂທ ແສງດາວັນ ສີຊານົນ ເປັນຫົວໜ້າພະແນກເຕັກນິກຂົນສົ່ງ ກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ແລະ ສະຫາຍ ພັນໂທ
ສູນທະລາ ພັນທະວົງ ເປັນຫົວໜ້າພະແນກອຸປະໂພກ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ.
ໂອກາດນີ້, ສະຫາຍ ຈັດຕະວາ ວົງສັກ ສີພັນດອນ ໄດ້ໂອ້ລົມວ່າ: ການຍົກຍ້າຍ ແລະ ແຕ່ງຕັ້ງຮັບໜ້າທີ່ໃໝ່ຄັ້ງນີ້, ແມ່ນຄວາມຮຽກຮ້ອງ
ຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ເປັນການມອບໝາຍໜ້າທີ່ໃຫ້ພະນັກງານປະຕິບັດຕາມທິດຂອງຂັ້ນເທິງວາງອອກຢ່າງ
ເຂັ້ມງວດ, ເພື່ອສ້າງເງື່ອນໄຂໃຫ້ພະນັກງານຜູ້ສືບທອດ, ປ່ຽນແທນ ໄດ້ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ທົດສອບໃນວຽກງານຕົວຈິງຫຼາຍດ້ານ
ໃຫ້ມີຜົນສໍາເລັດ. ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງສືບຕໍ່ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ
ເປັນກົກ ໂດຍສະເພາະນາຍທະຫານຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນໜ້າທີ່ວຽກງານ
ວິຊາສະເພາະ ກໍຄືການປະຕິບັດໜ້າທີ່ການເມືອງ ຂອງກົມກອງເປັນຢ່າງດີ, ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບ
ຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ຮໍ່າຮຽນທິດສະ
ດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຍົກລະດັບການສຶກສາ, ວິຊາສະເພາະ, ເຝິກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດ
ສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ເພື່ອເຮັດສຳເລັດ
ໜ້າທີ່ ທີ່ພັກ-ລັດ ແລະ ກອງທັບ ມອບໝາຍໃຫ້.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 14/07/2026