ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ


ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ລັດຖະຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ
ລະຫວ່າງ ວັນທີ 12-15 ຕຸລາ 2026

     ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ໃນລະຫວ່າງ ວັນທີ 12-15
ຕຸລາ 2026 ໂດຍການຕ້ອນຮັບ ຂອງສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍນາຍທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ.

     ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ທັງ​ສອງ​ຝ່າຍ​ໄດ້ທົບທວນ ແລະ ຕີລາຄາໝາກຜົນໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະ 1
ປີຜ່ານມາ, ກອງທັບປະຊາຊົນລາວ ແລະ ຫວຽດນາມ ຍັງຄົງສືບຕໍ່ເພີ່ມທະວີໃນການຮັດແໜ້ນການຮ່ວມມືສອງຝ່າຍໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກ
ອອກ
ຜົນຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາເນື້ອໃນອະນຸສັນຍາ 5 ປີ ແລະ ແຜນການຮ່ວມມື ປະຈຳປີ 2026 ຢ່າງເຂັ້ມງວດ, ມີປະສິດ
ທິຜົນ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ ເຊິ່ງໄດ້ກາຍເປັນເສົາຄ້ຳຫຼັກອັນໜັກແໜ້ນໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ,
ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງສອງຊາດ, ທັງສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍ
ສະເພາະແມ່ນວຽກງານພັກ-ວຽກງານການເມືອງ, ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໃນຂົງເຂດວຽກງານປ້ອງກັນຊາດ,
ແລກປ່ຽນຄະ
ນະຜູ້ແທນ: ສອງກອງທັບໄດ້ຈັດຕັ້ງການຢ້ຽມຢາມ, ເຮັດວຽກ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ພົບປະຮ່ວມກັນຢ່າງເປັນປົກກະຕິ ນັບ
ແຕ່ຂັ້ນສູງຮອດທ້ອງຖິ່ນ ຢ່າງມີປະສິດທິຜົນ ແລະ ສຳເລັດຕາມແຜນການ; ວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ: ກຳລັງປ້ອງກັນຊາຍແດນ ຂອງ
ສອງປະເທດໄດ້ເພີ່ມທະວີການລາດຕະເວນຮ່ວມກັນ ຢ່າງເປັນປະຈຳ ເພື່ອປົກປັກຮັກສາຫຼັກໝາຍຊາຍແດນ ພ້ອມກັນນັ້ນ, ໄດ້ເປັນເຈົ້າການໃນການສະກັດກັ້ນ
ແລະ ປາບ
ປາມອາຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ການລັກລອບຂ້າມແດນຜິດກົດໝາຍ, ຄະນະວິຊາການ ຂອງທັງສອງຝ່າຍ ໄດ້ຈັດຕັ້ງສຳເລັດ
ການເອກະພາບເນື້ອ
ໃນແຜນການຮ່ວມມື ປະຈຳປີ 2027 ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃນເດືອນກັນຍາ 2026 ຜ່ານມາ, ກະຊວງປ້ອງ
ກັນປະເທດຫວຽດນາມ ໄດ້ສືບຕໍ່ບໍາລຸງ, ເຝິກອົບຮົມ ແລະ ກໍ່ສ້າງພະນັກງານ ໃຫ້ແກ່ກອງທັບປະຊາຊົນລາວ ຕາມແຜນການທີ່ໄດ້ຕົກລົງກັນ ໄດ້ຮັບຜົນດີ, ສອງ
ຝ່າຍ ໄດ້ປະສານສົມທົບ, ຊຸກຍູ້, ກວດການຕິດຕາມຢ່າງໃກ້ຊິດ ຄວາມຄືບໜ້າໂຄງການກໍ່ສ້າງ 3 ກຸ່ມບ້ານໃໝ່ ຢູ່ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງອັດ
ຕະປື ມາຮອດ
ປັດຈຸບັນ, ໂຄງການກໍ່ສ້າງ 3 ກຸ່ມບ້ານໃໝ່ ມີຄວາມຄືບໜ້າເກືອບ 70-80%, ການຮ່ວມມືຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາ
ສາສະໝັກ
ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ໃນສົກລະດູແລ້ງປີ 2025-2026 ສາມາດຊອກຫາ, ຂຸດຄົ້ນ ໄດ້ 173
ອັດຖິ ພິເສດ, ໃນເດືອນພຶດສະພາ 2026, ລັດຖະບານ ແລະ ກອງທັບປະຊາຊົນລາວ ໄດ້ຈັດພິທີໄຫວ້ອາໄລ ແລະ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ
ກັບຄືນສູ່ປະເທດຢ່າງສົມກຽດ; ຂົງເຂດພະລາທິການ-ເຕັກນິກ ແລະ ອຸດສະຫະກຳປ້ອງກັນຊາດ: ສອງກອງທັບ ໄດ້ມີການແລກປ່ຽນບົດຮຽນ, ວິທະຍາສາດ ແລະ
ເຕັກໂນໂລຊີທີ່ທັນສະໄໝຢ່າງເປັນຮູບປະທຳ ຝ່າຍຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໃນການບຳລຸງຮັກສາ, ສ້ອມແປງ ແລະ ຍົກລະດັບອາວຸດຍຸດໂທປະກອນ
ໃຫ້ແກ່ກອງທັບປະຊາຊົນລາວ ເພື່ອຮັບປະກັນການກຽມພ້ອມສູ້ຮົບໃນທຸກສະຖານະການ; ການປິ່ນປົວສຸຂະພາບ: ຝ່າຍຫວຽດນາມ ໄດ້ຊ່ວຍເຫຼືອປິ່ນປົວໃຫ້
ແກ່ບັນດານາຍທະ
ຫານ ຂອງກອງທັບປະຊາຊົນລາວ ຢູ່ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ເຊິ່ງບັນດານາຍທະຫານ ທີ່ໄປປິ່ນປົວ ລ້ວນແຕ່
ໄດ້ຮັບການເອົາໃຈໃສ່ປິ່ນປົ່ວ ຈາກແພດໝໍຢ່າງໝົດຈິດໝົດໃຈ, ມີປະສິດທິພາບ ແລະ ສາມາດຮັບປະກັນສຸຂະພາບໄດ້ເປັນຢ່າງດີ, ກະຊວງປ້ອງກັນປະເທດ
ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວ ຢ່າງຮອບດ້ານ ພິເສດແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ສຳນັກງານ, ອົງການ ຂອງກອງທັບປະຊາ
ຊົນລາວ ເປັນຕົ້ນແມ່ນ ສຳນັກງານກອງບັນຊາການທະຫານຊາຍແດນ, ກອງພັນປ້ອງກັນໃກ້ຊິດ 988, ຫ້ອງການເຮັດວຽກ ຢູ່ບັນດາກົມກອງທ້ອງຖິ່ນ ຂອງ
ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ສຳເລັດຕາມຄາດໝາຍຢ່າງຈົບງາມ, ສອງຝ່າຍ ໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ
ແລະ ພາກພື້ນເຊັ່ນ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ແລະ ອາຊຽນບວກ, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ, ກອງປະຊຸມຕ່າງໆ
ໃນຂອບອາຊຽນ ແລະ ອາ
ຊຽນບວກ ແລະ ບັນດາກອງປະຊຸມເວທີພາກພື້ນ ໃນການປຶກສາຫາລືດ້ານຄວາມໝັ້ນຄົງຂອງໂລກ, ສັງລວມແລ້ວ ໃນ 1 ປີຜ່ານມາ
ການປະຕິບັດແຜນການຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໄດ້ບັນລຸຕາມເປົ້າໝາຍຢ່າງ ໜ້າພາກພູມໃຈ, ມີການປະສານສົມທົບກັນ
ແໜ້ນແຟ້ນ ແລະ ມີປະສິດທິຜົນດີ,ບົນຈິດໃຈຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງຊາດ, ສອງກອງທັບ
ລາວ-ຫວຽດນາມ ອັນແທ້ຈິງ.

     ຈາກນັ້ນ, ໄດ້ພ້ອມກັນລົງນາມແຜນການຮ່ວມມື ປະຈຳປີ 2027. ໃນວັນດຽວກັນນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມຄະນະ ໄດ້ເຂົ້າຢ້ຽມ
ຂໍ່ານັບ ສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕື່ມອີກ.

ແຫຼ່ງຂ່າວໂດຍ ສີປະພັນ (ໂທລະພາບກອງທັບ)
ວັນທີ 14/10/2026