ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ
ຕິດຕາມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ປະຈຳປີ 2026



     ວັນທີ 14 ຕຸລາ 2026 ນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ຕິດຕາມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ
ປະຈຳປີ 2026 ເຊິ່ງມີທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ທ່ານ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກລັດຖະ
ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ທ່ານ ພົນເອກ ເຕ້ຍໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທ
ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ, ມີເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ເອກອັກຄະຣາຊະທູດ ກຳປູເຈຍ ປະຈຳ ສສ
ຫວຽດນາມ ແລະ ກຳລັງກອບກູ້ໄພພິບັດຈາກທັງ 3 ກອງທັບ ເຂົ້າຮ່ວມ.

     ໂອກາດນີ້, ທ່ານ ພົນເອກ ຟານ ວັນ ຢາງ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນ ຂອງການເຝິກ
ຊ້ອມຮ່ວມໃນຄັ້ງນີ້ ວ່າເປັນຂີດໝາຍອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ
ລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນກຳລັງປະກອບອາວຸດຂອງ 3 ກອງທັບ ໃຫ້ກ້າວເຂົ້າສູ່ລວງເລິກ, ພ້ອມທັງເປັນ
ການຍົກສູງຂີດຄວາມສາມາດໃນການປະສານສົມທົບກັນໃນການກ້ອບກູ້ໄພພິບັດທີ່ອາດຈະເກີດຂຶ້ນໃນອະນາຄົດ. ການເຝິກຊ້ອມໃນຄັ້ງນີ້ ໄດ້ແບ່ງອອກເປັນ 3
ໄລຍະສຳຄັນ ຄື: ໄລຍະທີ 1: ການກອບກູ້ໄພພິບັດທາງນ້ຳ. ໄລຍະທີ 2: ການກອບກູ້ໄພພິບັດອາຄານພັງຖະຫຼົ່ມ. ໄລຍະທີ 3: ການກອບກູ້ ແລະ ຮັບມືກັບໄພ
ພິບັດເຄມີຮົ່ວໄຫຼ. ພ້ອມດຽວກັນນັ້ນ, ຍັງໄດ້ມີການຈັດຕັ້ງປະຕິບັດວຽກງານປິ່ນປົວທາງແພດສະໜາມ ແລະ ການພະຍາບານສຸກເສີນ ເພື່ອຮັບປະກັນການຊ່ວຍ
ເຫຼືອຜູ້ເຄາະຮ້າຍຢ່າງທັນເວລາ. ການເຝິກຊ້ອມຮ່ວມ 3 ກອງທັບໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໃນການເພີ່ມພູນຄູນສ້າງຄວາມສາມັກຄີ,

ຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງ ລະຫວ່າງກອງທັບ 3 ປະເທດ; ພ້ອມທັງເປັນການຍົກລະດັບຂີດຄວາມສາມາດ, ທັກສະຄວາມຊຳນານງານ ໃນການປະ
ສານງານຕົວຈິງ ຂອງກຳລັງກູ້ໄພ ແລະ ກຳລັງເສນາຮັກ ໃຫ້ມີຄວາມພ້ອມສູງສຸດ ໃນການຮັບມືກັບເຫດການໄພພິບັດທຳມະຊາດ ແລະ ໄພພິບັດທີ່ເກີດຈາກຝີ
ມືມະນຸດ ທີ່ອາດຈະເກີດຂຶ້ນໃນພູມິພາກ ແລະ ສາກົນ.

     ການຝຶກຊ້ອມຮ່ວມຄັ້ງນີ້ ໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ຢ່າງຈົບງາມ, ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວ ແລະ ຄວາມ
ຮ່ວມມືຢ່າງແໜ້ນແຟ້ນ
ຂອງ 3 ກອງທັບ ໃນພາລະກິດປົກປັກຮັກສາ, ຊ່ວຍເຫຼືອຊີວິດ ແລະ ຊັບສິນ ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢ່າງທັນ
ເວລາ. ຈາກນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຢ້ຽມຊົມໂຮງໝໍຄົບວົງຈອນພາກສະໝາມ ຕື່ມອີກ.

ແຫຼ່ງຂ່າວໂດຍ ໄກ່ນ໋ອດ ເລັດນະຄອນ
ວັນທີ 15/10/2026