
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດສົກຮຽນ 2026-2027

ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ການເມືອງກອງທັບ
ເປັນປະທານ ໃນວັນທີ 15 ກັນຍາ 2026
ວັນທີ 15 ກັນຍາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ(ວປກ) ໄດ້ເປີດສົກຮຽນ 2026-2027, ໂດຍການເປັນປະທານ ຂອງ
ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ,
ມີສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວກປ, ມີຄະນະພັກ-ຄະນະອໍານວນການ,
ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ຄໍາຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານແຜນການກໍ່ສ້າງ ສົກຮຽນ 2026
-2027 ມີນັກສຶກສາທັງໝົດ 512 ສະຫາຍ ໃນນັ້ນ, ມີນັກສຶກສາເກົ່າ 240 ສະຫາຍ, ນັກສຶກສາໃໝ່ 272 ສະຫາຍ ໃນຈໍານວນ 11 ເປົ້າໝາຍຄື: ກໍ່
ສ້າງເລັ່ງລັດ ຍຸດທະບັ້ນຮົບ-ຍຸດທະສາດ ລະບົບ 1 ປີ ຊຸດທີ XXIII ມີ 29 ສະຫາຍ; ກໍ່ສ້າງປະລິນຍາໂທ ການທະຫານ ລະບົບ 2 ປີ ຊຸດທີ XIX ມີ 9
ສະຫາຍ; ກໍ່ສ້າງປະລິນຍາຕີ ການທະຫານ ຂັ້ນ ກອງພັນໃຫຍ່-ກອງພົນ ລະບົບ 2 ປີ ຊຸດທີ XVII ມີ 30 ສະຫາຍ; ກໍ່ສ້າງເລັ່ງລັດການທະຫານ ຂັ້ນ
ກອງພັນໃຫຍ່ ລະບົບ 1 ປີ ຊຸດທີ XII ມີ 26 ສະຫາຍ; ກໍ່ສ້າງເລັ່ງລັດການທະຫານ ຂັ້ນກອງພັນ ລະບົບ 1 ປີ ຊຸດທີ XII ມີ 39 ສະຫາຍ; ກໍ່ສ້າງຄູເລັ່ງ
ລັດ ການທະຫານ ຂັ້ນ ກອງພັນໃຫຍ່-ກອງພົນ ລະບົບ 1 ປີ ຊຸດທີ V ມີ 20 ສະຫາຍ; ກໍ່ສ້າງຊັ້ນສູງ ພາສາອັງກິດ ລະບົບ 4 ປີ ຊຸດທີ XXII ມີ 20 ສະ
ຫາຍ; ກໍ່ສ້າງຊັ້ນສູງ ພາສາຫວຽດນາມ ລະບົບ 3 ປີ ຊຸດທີ XVI ມີ 25 ສະຫາຍ; ກໍ່ສ້າງຊັ້ນສູງ ພາສາຣັດເຊຍ ລະບົບ 3 ປີ ຊຸດທີ X ມີ 20 ສະຫາຍ;
ກໍ່ສ້າງຊັ້ນສູງ ພາສາຈີນ ລະບົບ 4 ປີ ຊຸດທີ XXIV ມີ 25 ສະຫາຍ; ບໍາລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ XII ມີ 29 ສະຫາຍ.
ທັງນີ້, ເພື່ອແນໃສ່ຍົກລະດັບຄວາມຮັບຮູ້ເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນວິທະຍາສາດ ຂອງລັດທິ ມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ,
ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜ້າທີ່ການເມືອງ ຂອງກອງທັບ ໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ
ເມືອງໃນໄລຍະໃໝ່ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງ ຂອງກົມກອງທ້ອງຖິ່ນ ຢ່າງມີປະສິດທິຜົນ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ຕ້ອງເປັນເຈົ້າການປັບປຸງວິທະຍາຄານ, ປັບປຸງ
ໂຄງການຫຼັກສູດ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງພະນັກງານ ແຕ່ລະຂັ້ນໃຫ້ຖືກຕ້ອງ,
ເດັດດ່ຽວສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນໝູ່ຄະນະ ແລະ ກົມກອງ-ໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງນາຍທະຫານ ໃຫ້ຮູ້
ນໍາໃຊ້ບົດຮຽນ ທີ່ຮຽນມາເຂົ້າໃນພາກປະຕິບັດຕົວຈິງ, ນຳພາສຶກສາອົບຮົມເປັນເຈົ້າການກໍ່ສ້າງໂຄງການ ການຮຽນ-ການສອນ, ເສີມຂະຫຍາຍມູນເຊື້ອ
ຄວາມສາມັກຄີໃນໝູ່ຄະນະ, ເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບ ຂອງວິທະຍາຄານ ວາງອອກໃຫ້ເຂັ້ມງວດ. ສຳລັບພາກສ່ວນອົງການ, ວິຊາການ,
ຄູ-ອາຈານ ໃຫ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງສອນຕາມໂຄງການອົບຮົມ ແລະ ຕາຕະ
ລາງແຜນການໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສຸມທຸກຄວາມພະຍາຍາມຖ່າຍທອດຄວາມຮູ້ ຄວາມສາມາດທາງດ້ານທິດສະດີ ແລະ ພຶດຕິກໍາ ຂອງຕົນທີ່
ມີໃຫ້ບັນດານັກຮຽນ, ນັກສຶກສາຢ່າງເປັນລະບົບຄົບຊຸດ, ອອກແຮງແຂ່ງຂັນກັນເຝິກຝົນຄຸນສົມບັດ, ຈັນຍາທຳໃຫ້ກາຍເປັນຄູປະຕິວັດ ສອນດີ-ສອນ
ເກັ່ງ ແລະ ມີລະບຽບວິໄນເຂັ້ມງວດ.
ແຫຼ່ງຂ່າວໂດຍ ບຸນຊ້ອຍ ວິໄລພອນ
ວັນທີ 16/09/2026