
ພົນເອກ ຄໍາລຽງ ອຸທະໄກສອນ ພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສສ ຫວຽດນາມ, ກຳປູເຈຍ ແລະ ມົງໂກລີ

ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພົບປະ
ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ
ປະເທດ
ແຫ່ງ ຣາຊະອານາຈັກ ກຳປູເຈຍ
ໃນໂອກາດເຂົ້າຮ່ວມ ກອງປະຊຸມປຶກສາຫາລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 13 ທີ່ ນະຄອນຫຼວງ ປັກກິ່ງ ສປ ຈີນ, ໃນວັນທີ 16 ກັນຍາ 2026 ນີ້,
ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ
ທ່ານ ພົນເອກ ຟານ ວັນ ຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ພົນເອກ ເຕ່ຍໄຊຫາ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ທ່ານ ບຽມບັດຊ້ອກສ໌ ສັນແດັກຈ໌ ລັດຖະມົນ
ຕີກະຊວງປ້ອງກັນປະເທດ ແຫ່ງ ມົງໂກລີ.
ການພົບປະໃນຄັ້ງນີ້ ເປັນການທົບທວນຄືນໝາກຜົນ ຂອງການຮ່ວມມື ໃນໄລຍະຜ່ານມາ, ພ້ອມທັງ ປຶກສາຫາລື, ແລກປ່ຽນທັດສະນະກ່ຽວກັບສະ
ພາບການຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມ
ສາມັກຄີລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບ ຂອງບັນດາປະເທດເພື່ອນມິດ ໃຫ້ກ້າວເຂົ້າສູ່ລວງເລິກ, ທັງເປັນການປະກອບສ່ວນເຂົ້າໃນການ
ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພູມີພາກ.
ແຫຼ່ງຂ່າວໂດຍ ໄກ່ນ໋ອດ ເລັດນະຄອນ
ວັນທີ 17/09/2026