
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ຂອງຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດຫວຽດນາມ

ວັນທີ 19 ພຶດສະພາ 2026 ນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການ
ເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຫງຽນ ວັນ
ຊ່ຽນ ຮອງຫົວໜ້າອົງການກວດກາ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດ
ວຽກຮ່ວມກັບກົມກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 19-22 ພຶດສະພາ 2026 ນີ້.
ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນ, ພ້ອມທັງ ຕີລາຄາສູງຕໍ່ການມາຢ້ຽມ
ຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນຈັດຕະວາ ຫງຽນ ວັນ ຊ່ຽນ ພ້ອມຄະນະ ໃນຄັ້ງນີ້ ເປັນການປະກອບສ່ວນນໍາຜົນປະ
ໂຫຍດສູງສຸດໃຫ້ແກ່ວຽກງານກວດກາ ຂອງສອງກອງທັບລາວ-ຫວຽດນາມ, ທັງເປັນການປະສ່ວນ ເຂົ້າໃນການເສີມຂະຫຍາຍມູນເຊື້ອການ
ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມື້ຮອບດ້ານ ແລະ ຮຸນສ່ວນຍຸດທະສາດ ອັນບໍລິສຸດຜຸດຜ່ອງ ທີ່ຫາ
ຍາກໃນການພົວພັນສາກົນ ແລະ ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ລາວ-ຫວຽດນາມ ພວກເຮົາໃຫ້ນັບມື້ເພີ່ມທະວີຄູນກ້າວເຂົ້າສູ່
ລວງເລິກຢ່າງບໍ່ຢຸດຢັ້ງ.
ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ຫງຽນ ວັນ ຊ່ຽນ ໄດ້ສະແດ່ງຄວາມຂອບອົກຂອບໃຈຕໍ່ສະຫາຍ ສະຫາຍ ພົນຕີ ແສງມະ
ນີວອນ ຄຳມະນີ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານຜົນການພົບປະພົວພັນຮ່ວມມື ລະຫວ່າງ ກົມກວດກາ ແລະ
ອົງການກວດກາ ສອງກອງທັບ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃນຄັ້ງນີ້ ໃຫ້ສະຫາຍໄດ້ຮັບຮູ້, ເຊິ່ງສອງຝ່າຍຈະພະຍາຍາມສຸດ
ຄວາມສາມາດ ເພື່ອພ້ອມກັນປົກປັກຮັກ ແລະ ສາເສີມຂະຫຍາຍສາຍພົວພັນຮ່ວມມືອັນຍິ່ງໃຫຍ່ ຂອງສອງຊາດ, ສອງພັກ, ສອງລັດ ກໍຄື
ວຽກງານກວດກາ ຂອງສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງພະນັກງານ-ນັກຮົບ ແລະ ປະຊາ
ຊົນ ສອງຊາດລາວ-ຫວຽດນາມ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 21/05/2026