ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານພະລາທິການກອງທັບ ປິດສົກຮຽນ 2025-2026


ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 17 ກໍລະກົດ 2026 ນີ້, ວິທະຍາຄານພະລາທິການກອງທັບ ໄດ້ຈັດພິທີປິດສົກຮຽນ 2025-2026, ໂດຍການເປັນປະທານ
ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຕາງໜ້າບັນດາກົມໃຫຍ່, ຄະນະພັກ-ຄະນະອໍານວຍ
ການ, ບັນດາວິທະຍາຄານ, ໂຮງຮຽນ, ກອງ ພົນ, ຄູອາຈານ, ແຂກຖືກເຊີນ, ພະນັກງານ-ນັກຮົບ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ປະໂຍທອນ ແກ້ວວິສິດ ຮອງອໍານວຍການ, ຫົວໜ້າຫ້ອງອົບຮົມ ວິທະຍາຄານພະລາທິການກອງທັບ ໄດ້ຜ່ານ
ບົດລາຍງານຜົນສຳເລັດການອົບຮົມກໍ່ສ້າງນາຍທະຫານພະລາທິການກອງທັບ ປະຈຳສົກຮຽນປີ 2025-2026 ເຊິ່ງມີນັກຮຽນ-ນັກສຶກສາ
ທັງຫມົດ 246 ສະຫາຍ, ຍິງ 26 ສະຫາຍ, ໃນນີ້, ມີລະບົບກໍ່ສ້າງໄລຍະຍາວ (2ປີ-4ປີ) ມີກໍ່ສ້າງປະລິນຍາໂທ ແລະ ກໍ່ສ້າງປະລິນຍາຕີຂັ້ນ
ກອງພັນໃຫຍ່, ກອງພົນ, ກໍ່ສ້າງ ປະລິນຍາຕີນໍ້າມັນເຊື້ອໄຟ ຂັ້ນກອງພັນນ້ອຍ, ກໍ່ສ້າງປະລິນຍາຕີອຸປະໂພກ-ບໍລິໂພກ ຂັ້ນກອງພັນນ້ອຍ, ກໍ່
ສ້າງປະລິນຍາຕີຂົນສົ່ງຂັ້ນກອງພັນນ້ອຍ, ກໍ່ສ້າງປະລິນຍາຕີເສນາພະລາ ຂັ້ນກອງພັນນ້ອຍ, ກໍ່ສ້າງປະລິນຍາຕີນໍ້າມັນເຊື້ອໄຟ ຂັ້ນກອງພັນນ້ອຍ,
ກໍ່ສ້າງຊັ້ນກາງເຄຫາສະຖານ ແລະ ລະບົບກໍ່ສ້າງໄລຍະສັ້ນ (ກໍ່ສ້າງເລັ່ງລັດ 1 ປີ) ມີກໍ່ສ້າງອຸປະໂພກ-ບໍລິໂພກ, ເສນາພະລາ, ຂົນສົ່ງ, ການເງິນ
ແລະ ກໍ່ສ້າງເລັ່ງລັດກະສິກຳ. ຜ່ານການສອບເສັງຕົວຈິງ ສາມາດຍາດໄດ້ປະເພດດີເລີດ ຈໍານວນ 2 ສະຫາຍ ເທົ່າກັບ 0,81%, ປະເພດດີຫຼາຍ
138 ສະຫາຍ ເທົ່າກັບ 56,10%, ປະເພດດີ 102 ສະຫາຍ ເທົ່າກັບ 41,46% ແລະ ປະເພດດີພໍໃຊ້ 4 ສະຫາຍ ເທົ່າກັບ 1,63%, ຈັດປະ
ເພດຄຸນທາດການເມືອງ ປະເພດແຂງຮອບດ້ານ ຈໍານວນ 33 ສະຫາຍ ເທົ່າກັບ 13,41%, ປະເພດແຂງດ້ານໃດດ້ານໜຶ່ງ 162 ສະຫາຍ ເທົ່າ
ກັບ 65,86% ແລະ ປະເພດກາງ 51 ສະຫາຍເທົ່າກັບ 20,73%.

     ໂອກາດນີ້ ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການກໍ່ສ້າງນາຍທະຫານພະລາທິການ ຄັ້ງ
ນີ້, ພ້ອມທັງ ເນັ້ນໜັກໃຫ້ນັກຮຽນ-ນັກສຶກສາ ທີ່ຮຽນຈົບຈົ່ງເອົາໃຈ​ໃສ່ຍົກສູງຄວາມຮັບຜິດຊອບຕໍ່ວຽກງານຂອງຕົນທີ່ໄດ້ມອບໝາຍ, ມີນ້ຳ
ໃຈສູ້ຮົບສູງໃນການປະຕິບັດໜ້າທີ່, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແທດເໝາະກັບວິຊາສະເພາະ ດ້ວຍຫຼາຍວິທີຢ່າງຕໍ່ເນື່ອງ
ເພື່ອໃຫ້ມີແນວຄິດຫຼັກໝັ້ນ, ອຸ່ນອຽງທຸ່ນທ່ຽງ, ຫ້າວຫັນ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ, ພ້ອມກັນນຳເອົາຄວາມຮູ້ ແລະ ປະ
ສົບການທີ່ໄດ້ຮຽນມາ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ເພື່ອຮັບປະກັນວຽກງານພະລາທິການໃນທົ່ວກອງທັບ ມີຄວາມ
ເຂັ້ມແຂງ ແລະ ສາມາດລ້ຽງດູກອງທັບໃນທຸກພາລະກິດ ຂອງກອງທັບ.

ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 21/07/2026