ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ປະຈຳໄຕມາດ l ປີ 2026


ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

    ວັນທີ 21 ເມສາ 2026 ນີ້, ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດກອງປະຊຸມ ເປີດກວ້າງ ປະຈຳໄຕມາດ l ແລະ
ທິດທາງແຜນການໄຕມາດ ll ປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຮອງເລຂາຄະນະພັກ, ກຳມະການຄະນະປະຈຳພັກ ແລະ ຄະນະພັກ-ຄະນະບັນ
ຊາ ບັນດາກົມກອງຂຶ້ນກັບ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ກ່າວເປີດກອງປະຊຸມວ່າ: ໃນໄລຍະຜ່ານມາ ກອງທັບເຮົາກໍາລັງສຸມໃສ່ຜັນຂະຫຍາຍມະຕິກອງ
ປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ,
ການກໍ່ສ້າງກອງ 3 ປອດ, ສ້າງກົມກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ເຕັມໄປ
ດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ, ກວ້າງຂວາງ, ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູ
ບານ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບວຽກງານນຳພາຂອງຄະນະບໍລິຫານງານພັກກົມໃຫຍ່
ເຕັກນິກ ປະຈໍາໄຕມາດ I ແລະ ທິດທາງແຜນການ ປະຈຳໄຕມາດ II ປີ 2026, ໃນຕະຫຼອດໄລຍະຜ່ານມາ ຄະນະພັກກົມໃຫຍ່ເຕັກນິກ ໄດ້
ເປັນເຈົ້າການຜັນຂະຫຍາ​ຍມະຕິຂອງພັກ-ຂອງຄະນະພັກກະຊວງ ມາເປັນແຜນວຽກ, ເປັນໂຄງການອັນລະອຽດ, ຊີ້ນຳແຕ່ລະດ້ານຢ່າງມີຈຸດ
ສຸມ ແລະ ແທດເໝາະກັບສະພາບຕົວຈິງ, ໃນນີ້, ໄດ້ນຳພາ-ຊີ້ນຳກົມກອງ ຈັດຕັ້ງປະຕິບັດວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະ
ຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຢູ່ບັນດາກົມກອງຢ່າງທັນການ, ເປັນເຈົ້າການຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍ
ມະຕິກອງປະຊຸມໃຫຍ່ຄັ້ງທີ Xll ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ Vl ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່
ຄັ້ງທີ ll ຂອງອົງຄະນະພັກກົມໃຫຍ່ເຕັກນິກເຂົ້າໃນໜ້າທີ່ການເມືອງຂອງກົມກອງ, ຈັດຕັ້ງໂຄສະນາປາຖະກະຖາບັນດາວັນສຳຄັນຂອງຊາດ,
ຂອງພັກ, ມະຕິຕ່າງໆ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີຢ່າງມີເນື້ອໃນເລິກເຊິ່ງກວ້າງຂວາງ,
ຄະນະພັກໄດ້ເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ ການຈັດຕັ້ງພັກ-ສະມາຊິກພັກ ມີຄວາມໜັກແໜ້ນ ໂດຍປະຕິບັດຕາມ 5
ຫຼັກການ 3 ທິດນຳ ໃນການປັບປຸງກໍ່ສ້າງພັກ, ປັດຈຸບັນທົ່ວຄະນະພັກກົມໃຫຍ່ເຕັກນິກ ມີ 15 ຄະນະພັກຮາກຖານ, ມີ 63 ໜ່ວຍພັກຂຶ້ນ
ກັບ, ມີ 20 ໜ່ວຍພັກຮາກຖານລວມທັງໝົດ 83 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1.870 ສະຫາຍ, ຍິງ 326 ສະຫາຍ, ສຳຮອງ 150
ສະຫາຍ, ມີ 24 ກົມກອງຂຶ້ນກັບ, ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມປະຊຸມ ກໍໄດ້ພ້ອມກັນປະກອບຄໍາເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ມີເນື້ອ
ໃນຄົບຖ້ວນ ສົມບູນຂຶ້ນຕື່ມ ທັງເປັນການຄົ້ນຄວ້າຮ່ວມກັນເພື່ອປະກອບເປັນທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນໄຕມາດຕໍ່ໄປ,
ກອງປະຊຸມຍັງໄດ້ເຜີຍແຜ່ແຜນການລົງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2026 ແລະ ເອກະພາບຄືນການທາບທາມກ່ຽວ
ກັບຮ່າງກົດໝາຍນາຍທະຫານກອງທັບປະຊາຊົນລາວ, ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂະແໜງການເຕັກນິກ, ແຕ່ປີ 2026-2030. ໃນ
ຕອນທ້າຍກອງປະຊຸມ ສະຫາຍປະທານໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກຫຼາຍບັນຫາສຳຄັນຢ່າງມີຈຸດສຸມ, ພ້ອມທັງກ່າວປິດກອງປະຊຸມ
ລົງຢ່າງເປັນທາງການ.

ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 23/04/2026